ຂ່າວສານ
ປະຊາຄົມ ຊາວ ຫວຽດນາມ ອາໄສ ຢູ່ສິງກະໂປ ຕ້ອນຮັບບຸນປີໃໝ່ປະຈຳຊາດປີສະຫຼູດ້ວຍຄວາມອົບອຸ່ນ
ກ່າວຄຳເຫັນທີ່ພິທີ, ທ່ານນາງ ຕ່າວທິແທັງເຮືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນປີ 2020 ໃນສະພາບການໂລກ ແລະ ພາກພື້ນ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ ໂຄວິດ - 19. ທ່ານນາງ ເອກອັກຄະລັດຖະທູດ ຕ່າວທິແທັງເຮືອງ ກໍ ຢັ້ງຢືນວ່າ ໃນສະພາບການໂລກລະບາດ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ຍັງສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນານາ. ສອງປະເທດໄດ້ຮ່ວມມືກັນຢ່າງແໜ້ນແຟ້ນໃນການປະຕິບັດບັນດາໜ້າທີ່ເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ພິເສດ, ຮ່ວມມືກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ປຶກສາຫາລືກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານນາງ ຕ່າວທິແທັງເຮືອງ ກໍຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ ທີ່ມີຕໍ່ບ້ານເກີດເມືອງນອນ, ປະເທດຊາດ ແລະ ການພົວພັນຮ່ວມມື ຫວຽດນາມ - ສິງກະໂປ.
(ແຫຼ່ງຄັດຈາກ VOV)