• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີສິງກະໂປຢ້ຽມຢາມທາງລັດຖະກິດເຖິງກຳປູເຈຍ ແລະ ລາວ


ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ Tony Tan Keng Yam
(ພາບ: AFP)
 
      ​ແຈ້ງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ ເມື່ອ​ວັນ​ທີ 7/1 ໄດ້​ໃຫ້​ຮູ້​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ Tony Tan Keng Yam ມີ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ກ​ຳ​ປູ​ເຈຍ ແລະ ລາວ ແຕ່​ວັນ​ທີ 8 – 14/1.
        ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Tony Tan Keng Yam ໄດ້ໄປ​ເຖິ​​ງ​ພະ​ນົມ​ເປັນ ແລະ ຊຽມ​ຣຽບ ແຕ່​ວັນ​ທີ 8 – 11/1 ຕາມ​ຄຳ​ເຊ​ື້ອ​ເຊ​ີນ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ກຳ​ປູ​ເຈຍ Norodom Sihamoni. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Tony Tan Keng Yam ຈະ​ເຂົ້າ​ຮ່ວມ​ງານ​ລ້ຽງ​ຂອງ​ລາດ​ຊະ​ວົງ ກຳ​ປູ​ເຈຍ ແລະ ມີ​ການ​ພົບ​ປະ​ກັນ ​ພະ​ມານ​ດາ Norodom Monineath ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Samdech Hunsen. ໃນ​ການ​ຢ້​ຽມ​ຢາມ​ຄັ້ງ​ນີ້, ສິງ​ກະ​ໂປ ແລະ ກຳ​ປູ​ເຈຍ ຈະ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ 2 ສະ​ບັບ​ໃນ​ຂົງ​ເຂດ​ສອນ​ວິ​ຊາ​ຊີບ ແລະ ສົ່ງ​ເສີມ​ສ​ຸ​ຂ​ະ​ພາບ.
        ໃນ​ການ​ຢ້ຽມ​ຢາມ​ລາວ ແຕ່​ວັນ​ທີ 11 – 14/1, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​​ເລ​ຂາ​ທິ​ການ​ໃຫ​ຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ລ​າວ ບຸນ​ຍັງ ວ​ໍ​ລະ​ຈິດ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Tony Tan Keng Yam ຈະ​ເຂົ້າ​ຮ່ວມ​ງານ​ລ້ຽງ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫ​ຍ່​, ປະ​ທານ​ປະ​ເທດ ບຸນ​ຍັງ ວ​ໍ​ລະ​ຈິດ ແລະ ມີ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ​ ສີ​ສຸ​ລິດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top