• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີລັດເຊຍກ່າວເຕືອນຜົນຮ້າຍຢ້ອນຫຼັງຈາກບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ

      ທ່ານປະທານາທິບໍດີລັດເຊຍ Vladimir Putin ກ່າວເຕືອນວ່າ, ບັນດາຄຳສັ່ງລົງໂທດຕໍ່ລັດເຊຍ ເຊິ່ງສະພາສູງອາເມລິກາ ຫາກໍ່ຮັບຮອງເອົາ ຈະເຮັດໃຫ້ບັນດາການພົວພັນລະຫວ່າງ 2 ປະເທດສັບສົນຂຶ້ນຕື່ມ.
 

ທ່ານປະທານາທິບໍດີລັດເຊຍ Vladimir Putin
(ພາບ: AP)
      ເມື່ອຕອບສຳພາດທາງໂທລະພາບໃນວັນທີ 17 ມີຖຸນາ, ທ່ານປະທານາທິບໍດີ Vladimir Putin ໄດ້ກ່າວເຕືອນວ່າ, ລັດເຊຍ ອາດຈະ “ປັບປຸງບາງຢ່າງ” ຫຼື “ປະຕິບັດບາງມາດຕະການຕື່ມອີກ”. ການນຳລັດເຊຍ ກໍ່ຢືນຢັນວ່າ, ບັນດາຄຳສັ່ງລົງໂທດຂອງອາເມລິກາ ຈະບໍ່ພາໃຫ້ລັດເຊຍ ຖືກຕົກເຂົ້າສູ່ “ສະພາບບໍ່ມີທາງອອກ ຫຼື ລົ້ມລະລາຍ”.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ເນື້ອ​ໃນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ເນື້ອ​ໃນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ”

ວັນທີ 23 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ພ້ອມດ້ວຍຄະນະຜູ້ແທນສະຖານທູດ ໄດ້ເຂົ້າມາອວຍພອນ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ເນື່ອງໃນໂອກາດ ທ່ານໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດລາວ ຊຸດທີ X ໃຫ້ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ.

Top