• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ອິດສະຣາແອນ ຢ້ຽມຢາມນະຄອນໂຮ່ຈີມິນ


ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin
ແລະ ທ່ານ ຫງວຽນ​ແທ່ງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ
 
      ​​ໂດຍ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ຫວຽດ​ນາມ, ວັນ​ທີ 23/3, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ມີ​ການ​ພົບ​ປະ​ກັບ​ທ່ານ ຫງວຽນ​ແທ່ງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ. ນະ​ທີ່ນີ້, ທ່ານ ຫງວຽນ​ແທ່ງ​ຟອງ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ອິ​ດ​ສະ​ຣາ​ແອນ ມີ 11 ໂຄງ​ການ​ລົ​ງ​ທຶນ​ເຂົ້າ​ນະ​ຄອນ ໂຮ່​ຈີ​ມິນ ດ້ວຍຍອດ​ຈຳ​ນວນ​ທຶນ 10 ລ້ານ​ USD, ປີ 2016 ວົງ​ເງິນ​ການ​ສົ່ງ​ອອກ - ນຳ​ເຂົ້າ 2 ຝ່າຍ​ລະ​ຫວ່າງ​ນະ​ຄອນ ແລະ ອິດ​ສະ​ຣ​າ​ແອນ ບັນ​ລຸ 1,6 ຕື້ USD. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ຫວັງ​ວ່າ ບັນ​ດາ​ນັກ​ລົງ​ທຶນ ອິດ​ສະ​ຣາ​ແອນ ຈະ​ສືບ​ຕໍ່​ລົງ​ທຶນ​ເຂົ້າ​ນະ​ຄອນ, ພິ​ເສດ​ໃນ​ບັນ​ດາ​ຂົງ​ເຂດ​ທີ່ ອິດ​ສະ​ຣາ​ແອນ ມີ​ທ່າ​ແຮງ ແລະ ນະ​ຄອນ​ມີ​ຄວາມ​ຕ້ອງ​ການ​ຄື​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ, ເຕັກ​ໂນ​ໂລ​ຢີ​ຂໍ​້​ມູນ​ຂ່າວ​ສານ, ເຄ​ມີ, ໂທ​ລະຄົມ​ມະ​ນາ​ຄົມ​ … ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ເຊື່ອ​ໝັ້ນ​ວ່າ: ການ​ພົວ​ພັນ​ເສດ​ຖະ​ກິດ ການ​ຄ້​າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອິດ​ສະ​ຣາ​ແອນ ຈະ​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top