• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ອາເມລິກາສົ່ງຈົດໝາຍສ່ວນຕົວເຖິງ ການນຳ ສປປ.ເກົາຫຼີ

      ຕອນເຊົ້າວັນທີ 23 ມິຖຸນາ, ສຳນັກຂ່າວສານ ສູນກາງ ສປປ.ເກົາຫຼີ KCNA ໄດ້ແຈ້ງການວ່າ ທ່ານ Kim Jong – un ປະທານ ສປປ.ເກົາຫຼີ, ປະທານພັກແຮງງານ ສປປ.ເກົາຫຼີ ໄດ້ຮັບ ຈົດໝາຍສະບັບໜຶ່ງຈາກ ທ່ານ ປະທານາທິບໍດີ ອາເມລິກາ Donald Trump.

ທ່ານ Kim Jong – un ປະທານ ສປປ.ເກົາຫຼີອ່ານຈົດໝາຍຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. (ພາບ: REUTERS)
      ທ່ານ Kim Jong – un ໄດ້ສະແດງຄວາມເພິ່ງພໍໃຈເມື່ອເວົ້າວ່າ ຈົດໝາຍມີເນື້ອໃນສຸດຍອດ ແລະ ໃຫ້ຮູ້ວ່າ ຈະຊັ່ງຊາເຖິງການຕັດສິນທາງການເມືອງ ແລະ ຄວາມກ້າຫານ ຂອງການນຳ ອາເມລິກາ.
        ກ່ອນໜ້ານັ້ນ, ວັນທີ 21 ມິຖຸນາ, ທ່ານ ປະທານາທິບໍດີ ອາເມລິກາ ໄດ້ຕໍ່ກຳນົດເວລາບັນດາມາດຕະການລົງໂທດ ສປປ.ເກົາຫຼີຕື່ມອີກ 1 ປີ, ຍົກບັນຫາໄພນາບຂູ່ ທີ່ບໍ່ເປັນປົກກະຕິ ແລະ ພິເສດ ມາຈາກບັນດາອາວຸດນິວເຄຼຍຂອງ ພຽງຢາງມາອ້າງອີງ. ໃນແຈ້ງການທີ່ໄດ້ຝາກໄປຍັງ ສະພາແຫ່ງຊາດ ອາເມລິກາ, ທ່ານ Trump ໃຫ້ຮູ້ວ່າ ຈະສືບຕໍ່ “ສະພາວະສຸກເສີນແຫ່ງຊາດ” ທີ່ກ່ຽວຂ້ອງເຖິງບັນຫາ ສປປ.ເກົາຫຼີເຊິ່ງເຄີຍໄດ້ຖະແຫຼງໃນ ລັດຖະດຳລັດ ເລກທີ 13466 ທີ່ ປະກາດໃຊ້ໃນເດືອນມິຖຸນາ 2008.
 (ແຫຼ່ງຄັດຈາກ VOV)
 

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top