• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ຢູແກຼນ ຮຽກຮ້ອງຈັດກອງປະຊຸມກັບປະທານາທິບໍດີ ລັດເຊຍ ເພື່ອຢຸດຕິການປະທະກັນ

ທ່ານປະທານາທິບໍດີ Zelensky ຖືວ່າ “ບໍ່ວ່າຜູ້ໃດລະດົມສົງຄາມນີ້ ລ້ວນແຕ່ສາມາດຢຸດຕິໄດ້”.
  ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຮຽກຮ້ອງຈັດການພົບປະກັບຄູ່ຕຳແໜ່ງ ລັດເຊຍ - ທ່ານ Vladimir Putin (ພາບປະກອບ: AFP/TTXVN)  

 ວັນທີ 23 ເມສາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຮຽກຮ້ອງຈັດການພົບປະກັບຄູ່ຕຳແໜ່ງ ລັດເຊຍ - ທ່ານ Vladimir Putin ໃນຄວາມມານະພະຍາຍາມ “ຢຸດຕິສົງຄາມ”. ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ ຢູ່ສະຖານີລົດໄຟໃຕ້ດິນ ຢູ່ໃຈກາງນະຄອນຫຼວງ Kiev, ທ່ານປະທານາທິບໍດີ Zelensky ຖືວ່າ “ບໍ່ວ່າຜູ້ໃດລະດົມສົງຄາມນີ້ ລ້ວນແຕ່ສາມາດຢຸດຕິໄດ້”. ທ່ານZelensky ຢືນຢັນວ່າ ພ້ອມແລ້ວທີ່ຈະພົບປະກັບທ່ານ Putin ຖ້າຫາກສິ່ງດັ່ງກ່າວ ຈະພາໄປເຖິງການບັນລຸຂໍ້ຕົກລົງສັນຕິພາບລະຫວ່າງ ຢູແກຼນ ແລະ ລັດເຊຍ, ພ້ອມທັງເນັ້ນໜັກວ່າ ຄວາມສຳຄັນຂອງການພົບປະ ແມ່ນເພື່ອແກ້ໄຂການປະທະກັນຜ່ານທາງການທູດ.

(ແຫຼ່ງຄັດຈາກ VOV)

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.

Top