• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດພົບປະກັບພະນັກງານສະຖານທູດແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມອາໄສຢູ່ຈີນ

      ໃນຂອບເຂດການຢ້ຽມຢາມສປ.ຈີນ ຢ່າງເປັນທາງການ, ຕອນທ່ຽງວັນທີ 11 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ພົບປະ ແລະ ໂອ້ລົມກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ຈີນ.

(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ)
      ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ແຈ້ງໃຫ້ພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຈີນ ຊາບກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ ບັນລຸໄດ້ຜົນງານທີ່ດີ. ທ່ານນາງປະທານສະພາແຫ່ງຊາດ ກໍ່ໄດ້ຕີລາຄາສູງການເຄື່ອນໄຫວຂອງສະຖານທູດ ແລະ ເນັ້ນໜັກວ່າ, ພັກ, ລັດ, ໃນນັ້ນມີສະພາແຫ່ງຊາດ ຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳຕ່າງປະເທດໄດ້ມີການເຄື່ອນໄຫວສະດວກທີ່ສຸດ ເພື່ອປະກອບສ່ວນຮັບໃຊ້ພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ.
        “ກ່ຽວກັບວຽກງານຂອງສະຖານທູດ, ຂ້າພະເຈົ້າຕີລາຄາສູງ ແລະ ຂອບໃຈສະຖານທູດທີ່ໄດ້ສົມທົບກັບບັນດາອົງການຈັດຕັ້ງຢູ່ພາຍໃນປະເທດ ແລະ ບັນດາອົງການຈັດຕັ້ງຂອງຈີນ ໃນການຈັດຕັ້ງການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນບັນລຸຜົນສຳເລັດເປັນຢ່າງດີ. ຂ້າພະເຈົ້າຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງສະຖານທູດ ແລະ ພາລະກອນທຸກຄົນຂອງບັນດາອົງການຕາງໜ້າທີ່ໄດ້ປະຕິບັດວຽກງານເປັນຢ່າງດີ, ສ້າງປະສິດທິຜົນອັນໃຫຍ່ຫຼວງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ທ່ອງທ່ຽວ. ຂ້າພະເຈົ້າປາດຖະໜາວ່າ, ພວກເຮົາຈະສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຮັກຊາດ, ເພື່ອສ້າງປະຊາຄົມຊາວຫວຽດນາມ ອາໄສຢູ່ຈີນ, ກໍຄືເຂົ້າຮ່ວມການສ້າງສາປະເທດຊາດຂອງພວກເຮົາ”.
        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ນະຄອນຫຼວງປັກກິງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງຈີນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top