• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ ເກົາຫຼີ ຢ່າງຈົບງາມ

ຕອນ​ເຊົ້າ​ວັນ​ທີ 9 ກັນ​ຍາ (ຕາມ​ເວລາ​ທ້ອງ​ຖິ່ນ​), ທ່ານ ເຈິ່ນ​ແທັງ​ເໝີ້ນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຫຼວງ Seoul, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສ ເກົາ​ຫຼີ ຢ່າງ​ຈົບ​ງາມ​ ແລະ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ມົງ​ໂກລີ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ Sandag Byambatsogt ປະ​ທານ​ສະ​ພາ​ແຫ່ງ​ຊາດ ມົງ​ໂກລີ ແລະ ພັນ​ລະ​ຍາ​.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ ເກົາຫຼີ ຢ່າງຈົບງາມ (ພາບ: VNA)

​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສ ເກົາ​ຫຼີ​, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝີ້ນ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Han Seong Sook, ໂອ້ລົມເຈລະ​ຈາ​ກັບ ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Cho Jeong Sik. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​, ການ​ນຳ​ສອງ​ປະ​ເທດ​ໄດ້​ຕີ​ລາ​ຄາ​ຢ່າງຕັ້ງ​ໜ້າ​ກ່ຽວ​ກັບ​ການພັດ​ທະ​ນາ​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ສ ເກົາ​ຫຼີ​, ເປັນຕົ້ນ​ແມ່ນ​ການ​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນທຸກ​ຂັ້ນ​, ພິ​ເສດ​ແມ່ນ​ຂັ້ນ​ສູງ​; ຢັ້ງ​ຢືນ ຫວຽດ​ນາມ ແລະ ສ ເກົາ​ຫຼີ ໄດ້ກາຍ​ເປັນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ​ກັນກ່ຽວ​ກັບ​ເສດ​ຖະ​ກິດ​, ການ​ຄ້າ ແລະ ການ​ລົງ​ທຶນ​.

​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ການ​ຮ່ວມ​ມື​ໄລ​ຍະ​ຈະ​ມາ​ເຖິງ​, ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ​ຍຸດ​ທະ​ສາດ ກ່ຽວ​ກັບ​ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ໃນ​ສະ​ພາບ​ການ​ໃໝ່​, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດອັນ​ແທດ​ຈິງ​ໃຫ້​ທັງ​ສອງ​ຝ່າຍ​, ຜ່ານ​ນັ້ນ​, ກໍ່ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 100 ຕື້​ໂດລາ​ສະ​ຫະ​ລັດ ໃນ​ປີ 2026 ແລະ ມຸ່ງ​ໄປ​ເຖິງ​ຈຳ​ນວນ​ເງິນ 150 ຕື້​ໂດລາ​ສະ​ຫະ​ລັດ​ໃນ​ປີ 2030 ຕາມ​ການ​ກຳ​ນົດ​ທິດ​ສົມ​ດຸນ​, ຍືນ​ຍົງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ສະຫະພັນລັດເຊຍ ເຊື່ອມຕໍ່ຍຸດທະສາດໃໝ່ຜ່ານການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ - ສະຫະພັນລັດເຊຍ ເຊື່ອມຕໍ່ຍຸດທະສາດໃໝ່ຜ່ານການຮ່ວມມືໃນຫຼາຍຂົງເຂດ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສະ​ຫະ​ພັນ​ລັດ​ເຊຍ​, ຕອນ​ບ່າຍ​ວັນ​ທີ 8 ກັນ​ຍາ (ຕາມ​ເວລາ​ທ້ອງ​ຖິ່ນ​), ຢູ່​ນະ​ຄອນ​ຫຼວງ ມົດ​ສະ​ກູ​, ທ່ານ ໂຕ​ເລີມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ ທ່ານ​ Mikhail Mishustin ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ.

Top