• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂ IPU 137

      ຕອນຄ່ຳວັນທີ 14 ຕຸລາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນ Saint Petersburg, ສະຫະພັນ ລັດເຊຍ, ໄດ້ໄຂກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 137 (IPU 137). 

ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ກ່າວຄຳເຫັນທີ່ພິທີໄຂ
      ເຂົ້າຮ່ວມກອງປະຊຸມມີຜູ້ແທນກ່ວາ 2.000 ຄົນ ລວມມີສະມາຊິກລັດຖະສະພາກ່ວາ 800 ຄົນ ແລະ 86 ລັດຖະສະພາ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ຖືວ່າ: ໃນຜົນປະໂຫຍດລວມ, ບັນດາສະມາຊິກຂອງ IPU ຈະສ້າງໂຄງການດຳເນີນງານທີ່ມີຄວາມດຸ່ນດ່ຽງ, ສັນຕິພາບ, ຊອກຫາວິທີຫລຸດຜ່ອນການປະທະຫັນ ເພື່ອສະກັດກັ້ນການປະກົດຕົວຂອງການແບ່ງປັນໃໝ່.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂ IPU 137 (ພາບ: TTXVN)
      ທ່ານປະທານ IPU Saber Chowdhury ເນັ້ນໜັກວ່າ: ບັນດາສະມາຊິກລັດຖະສະພາຄວນມານະພະຍາຍາມຊອກຫາມາດຕະການໃຫ້ແກ່ບັນດາບັນຫາເຄັ່ງຮ້ອນທີ່ສຸດໃນຍຸກສະໄໝ. ໜ້າທີ່ຂອງເຂົາເຈົ້າແມ່ນປຶກສາຫາລືບັນດາໂຄງການໃໝ່, ຊຸກຍູ້ການວັດທະນະທຳຫລາຍຮູບຫລາຍສີ. ທ່ານປະທານສະພາສະຫະພັນ ລັດເຊຍ Valentina Ivanovna Matviyenko ຖືວ່າ:
        “ທຸກຄົນພວມລໍຖ້າພວກເຮົາ, ບັນດາສະມາຊິກລັດຖະສະພາ, ບັນດາການກະທຳ, ບາດກ້າວປະຕິບັດໃນຕົວຈິງ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງໃນໂລກ, ຊ່ວຍຟື້ນຟູສັນຕິພາບຍາວນານ, ຊຸກຍູ້ຄວາມກ້າວໜ້າກ່ຽວກັບເສດຖະກິດ ແລະ ສັງຄົມຂອງທຸກປະເທດ ແລະ ທຸກຊົນຊາດ. ເພາະສະນັ້ນ ຫົວເລື່ອງຕົ້ນຕໍຂອງບັນດາການປຶກສາຫາລືທີ່ກອງປະຊຸມສະມັດຊາໃຫຍ່ແມ່ນ : ຊຸກຍູ້ວັດທະນະທຳຫລາຍຮູບຫລາຍສີ ແລະ ສັນຕິພາບ ໂດຍຜ່ານການເຈລະຈາລະຫວ່າງສາສະໜາ ແລະ ລະຫວ່າງເຊື້ອຊາດເຜົ່າພັນ ແມ່ນສຳຄັນທີສຸດ”.
        ວັນທີ 15 ຕຸລາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ມີບົດກ່າວປາໄສຢູ່ວາລະປະຊຸມຄົບຄະນະດ້ວຍຫົວຂໍ້ວ່າ “ຊຸກຍູ້ວັດທະນະທຳຫລາຍຮູບຫລາຍສີ ແລະ ສັນຕິພາບ ໂດຍຜ່ານການເຈລະຈາລະຫວ່າງສາສະໜາ ແລະ ເຊື້ອຊາດເຜົ່າພັນ” .
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top