• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ: ຈະແກ້ໄຂກໍລະນີສໍ້ລາດບັງຫຼວງຢ່າງເຂັ້ມງວດ ດ້ວຍຈິດໃຈບໍ່ມີຂອບເຂດຈໍາກັດ

      ຕອນເຊົ້າວັນທີ 24 ມິຖຸນາ, ໂດຍສືບຕໍ່ລາຍການປະຕິບັດງານພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 9, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນເກິ່ນເທີ. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນເກິ່ນເທີ (ພາບ:  TTXVN)
      ທີ່ການພົບປະ, ຜູ້ມີສິດເລືອກຕັ້ງມີຄວາມສົນໃຈເຖິງບັນຫານະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີ, ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ນະໂຍບາຍພັດທະນາເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ເມື່ອຕອບຄໍາຖາມຂອງຜູ້ມີສິດເລືອກຕັ້ງກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ ສໍາລັບກໍລະນີທີ່ໄດ້ສືບສວນຢ່າງຈະແຈ້ງແລ້ວ ແນ່ນອນວ່າຈະແກ້ໄຂຢ່າງເຂັ້ມງວດ ດ້ວຍຈິດໃຈບໍ່ມີຂອບເຂດຈໍາກັດ. ສໍາລັບຂໍ້ສະເໜີຂອງຜູ້ມິດສິດເລືອກຕັ້ງ ກ່ຽວກັບເລື່ອງຄວນເອົາໃຈໃສ່ເຖິງການພັດທະນາເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ເວົ້າລວມ, ນະຄອນເກິ່ນເທີເວົ້າສະເພາະໃຫ້ຫຼາຍກວ່າອີກນັ້ນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ: ທາງສູນກາງ ຍາມໃດກໍໄດ້ເອົາໃຈໃສ່ເຖິງການພັດທະນາຂອງເຂດນີ້ ດ້ວຍມະຕິຂອງກົມການເມືອງ ວ່່າດ້ວຍການກໍ່ສ້າງ ແລະ ພັດທະນານະຄອນເກິ່ນເທີ, ມະຕິຂອງລັດຖະບານ ກ່ຽວກັບການພັດທະນາເຂດທົ່ງພຽງແຕ່ນໍ້າຂອງແບບຍືນຍົງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສະພາແຫ່ງຊາດ, ລັດຖະບານ ຈະສືບຕໍ່ສົມທົບກັນໃນການຍູ້ໄວຄວາມຄືບໜ້າ, ແກ້ໄຂຂໍ້ຕິດຂັດໃນການພັດທະນາພື້ນຖານໂຄງລ່າງ, ຄົມມະນາຄົມຢູ່ຂົງເຂດນີ້.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top