
(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ
ແລະ ປະທານສະພາແຫ່ງຊາດມຽນມາ Mahn Win Khaing)
ແລະ ປະທານສະພາແຫ່ງຊາດມຽນມາ Mahn Win Khaing)
ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາສູງ Mahn Win Khaing Than ໄດ້ມີການເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕາມພິທີການທູດ; ເຂົ້າຮ່ວມກອງປະຊຸມຫົວເລື່ອງສະເພາະຂອງກອງປະຊຸມສະຫະພັນລັດຖະສະພາສາກົນ (IPU) ພາກພື້ນອາຊີ - ປາຊີຟິກ ໂດຍສະພາແຫ່ງຊາດຫວຽດນາມ ສົມທົບກັບ IPU ຈັດຕັ້ງ. ທີ່ບັນດາການພົບປະ, 2 ຝ່າຍໄດ້ຢືນຢັນຄວາມສຳຄັນຂອງພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ກໍຄືສືບຕໍ່ເສີມຂະຫຍາຍບັນດາຜົນງານເຊິ່ງ 2 ຝ່າຍບັນລຸໄດ້ ພາຍຫຼັງກວ່າ 40 ປີແຫ່ງ 2 ປະເທດສ້າງຕັ້ງການພົວພັນທາງການທູດ. 2 ຝ່າຍເຫັນດີພ້ອມກັນສ້າງເງື່ອນໄຂດ້ານນະໂຍບາຍກົດໝາຍ ເພື່ອໜູນຊ່ວຍໃຫ້ວິສາຫະກິດ 2 ປະເທດລົງທຶນ ແລະ ດຳເນີນທຸລະກິດຢູ່ແຕ່ລະປະເທດ; ເຫັນດີກ່ຽວກັບເລື່ອງສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສະພາແຫ່ງຊາດ 2 ປະເທດ. 2 ຝ່າຍໄດ້ເຫັນດີນຳກັນວ່າ, ສະພາແຫ່ງຊາດ 2 ປະເທດຈະທາບທາມຄວາມເຫັນ ແລະ ສະໜັບສະໜູນທັດສະນະຂອງກັນຢູ່ບັນດາເວທີປາໄສລັດຖະສະພາໂລກ ແລະ ພາກພື້ນ, ເພື່ອຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ; ສ້າງຄວາມສາມັກຄີຂອງປະຊາຄົມອາຊຽນ.
(ແຫຼ່ງຄັດຈາກ VOV)