• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງພ້ອມດ້ວຍພັນລະຍາເລີ່ມການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ

      ໂດຍໄດ້ຮັບຄຳເຊີນຂອງລັດຍີ່ປຸ່ນ, ຕອນບ່າຍວັນທີ 29 ພຶດສະພາ, ທ່ານປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາໄດ້ໄປຮອດນະຄອນຫຼວງໂຕກຽວ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ ໃນລະຫວ່າງວັນທີ 29 ພຶດສະພາ - 2 ມິຖຸນາ.

ພິທີຕ້ອນຮັບທ່ານປະທານປະເທດເຈີນດ້າຍກວາງ ພ້ອມດ້ວຍພັນລະຍາ ທີ່ສະໜາມບິນສາກົນ Haneda,
ນະຄອນຫຼວງໂຕກຽວ, ຍີ່ປຸ່ນ. (ພາບ: Nhan Sang/TTXVN)
      ລັດຍີ່ປຸ່ນໄດ້ຈັດພິທີຕ້ອນຮັບ ທ່ານປະທານປະເທດ ເຈີນດ້າຍກວາງ ພ້ອມດ້ວຍພັນລະຍາ ຕາມລະດັບສູງສຸດ. ຕ້ອນຮັບທ່ານປະທານປະເທດເຈີນດ້າຍກວາງ ພ້ອມດ້ວຍພັນລະຍາ ທີ່ສະໜາມບິນສາກົນ Haneda ຝ່າຍຍີ່ປຸ່ນລວມມີ: ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ Kazuyuki Nakane; ທ່ານເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ Kunio Umeda ພ້ອມດ້ວຍພັນລະຍາ; ພ້ອມກັບບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດ.
        ພາຍຫຼັງໄປຮອດຍີ່ປຸ່ນແລ້ວ, ທ່ານປະທານປະເທດເຈີ່ນດ້າຍກວາງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມແຂວງ Gunma, ເຊິ່ງເປັນທ້ອງຖິ່ນທີ່ມີຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນ ຢູ່ທີ່ນີ້ເປັນຈຳນວນຫລວງຫລາຍ.
        ຕາມລາຍການແລ້ວ, ຕອນເຊົ້າວັນທີ 30 ພຶດສະພາ, ພິທີຕ້ອນຮັບທ່ານປະທານປະເທດຫວຽດນາມເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນຢ່າງເປັນທາງການ ຈະຖືກຈັດຕັ້ງຂຶ້ນທີ່ພະລາດຊະວັງຢູ່ນະຄອນຫຼວງໂຕກຽວ ຢ່າງສົມກຽດ ໂດຍການເປັນປະທານຂອງພະເຈົ້າຈັກກະພັດຍີ່ປຸ່ນ Akihito.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top