(ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຈີເລ Jaime Chomali Garib ເຂົ້າຍື່ນສານແຕ່ງຕັ້ງ)
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຈີເລ Jaime Chomali Garib, ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດກວ່າອີກ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນສະຫະປະຊາຊາດ, ເອເປັກ ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ສ່ວນທ່ານເອກອັກຄະລັດຖະທູດຈີເລ Jaime Chomali Garib, ຢືນຢັນວ່າ, ໃນອາຍຸການຂອງຕົນຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຜ່ານນັ້ນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດອັງກິດ Gareth Ward, ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ 2 ປະເທດຈະເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງກັນ ເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ; ສະເໜີໃຫ້ອັງກິດສືບຕໍ່ສະໜັບສະໜູນຫວຽດນາມ ເພີ່ມທະວີການຮ່ວມມືກັບອີຢູ ແລະ ມີການກະທົບໃຫ້ອີຢູ ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໃນປີ 2018 ໂດຍໄວ. ສ່ວນທ່ານເອກອັກຄະລັດຖະທູດອັງກິດ Gareth Ward ຢືນຢັນວ່າ, ອັງກິດສະໜັບສະໜູນ EVFTA ຢ່າງແຮງ ແລະ ອັງກິດປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ. ທ່ານເອກອັກຄະລັດຖະທູດກໍໃຫ້ຮູ້ວ່າ, ຍາມໃດອັງກິດ ກໍ່ສະໜັບສະນູນຄວາມເສລີໃນການເດີນເຮືອ ແລະ ການບິນບົນພື້ນຖານເຄົາລົບກົດໝາຍສາກົນ.ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດໂປໂລຍ, ທ່ານປະທານປະເທດເຈີ່ນດ້າຍກວາງ ສະເໜີໃຫ້ໂປໂລຍ ສືບຕໍ່ສະໜັບສະໜູນ, ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອີຢູ, ໃນນັ້ນມີເລື່ອງລົງນາມໃນ EVFTA ໂດຍໄວ.
ຕໍ່ຈາກນັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດກຳບີ, ອູກັນດາ ຕາມລຳດັບ.
(ແຫຼ່ງຄັດຈາກ VOV)