• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີນດ້າຍກວາງຕ້ອນຮັບປະທານສະຫະພັນລັດຖະສະພາສາກົນ

      ວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະຫະພັນລັດຖະສະພາສາກົນ Gabriela Cuevas Barron ແລະ ຄະນະຜູ້ແທນຂັ້ນສູງ ສະຫະພັນລັດຖະສະພາສາກົນ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 26

ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ທ່ານນາງປະທານສະຫະພັນລັດຖະສະພາສາກົນ Gabriela Cuevas Barron
      ທີ່ການຕ້ອນຮັບ, ທ່ານ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ຢືນຢັນວ່າ ບັນດາຜົນສຳເລັດໃນຂົງເຂດຕ່າງໆຂອງຫວຽດນາມໃນປີ 2017 ທີ່ຜ່ານມາ ແມ່ນບໍ່ອາດຕັດແຍກອອກຈາກການຮ່ວມມື, ຊ່ວຍເຫຼືອຢ່າງມີປະສິດທິຜົນຂອງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ,ໃນນັ້ນມີ ສະຫະພັນລັດຖະສະພາສາກົນ ແລະ ບັນດາອົງການລັດຖະສະພາລະຫວ່າງຊາດພາກພື້ນ.  
     ສ່ວນທ່ານນາງປະທານສະຫະພັນລັດຖະສະພາສາກົນ Gabriela Cuevas Barron ໃຫ້ຮູ້ວ່າ ປະຈຸບັນ, ສະຫະພັນລັດຖະສະພາສາກົນ ແລະ ສະພາແຫ່ງຊາດຫວຽດນາມມີສາຍພົວພັນຮ່ວມມືເລິກເຊິ່ງ ແລະ ກ້ວາງຂວາງ. ທ່ານນາງມີຄວາມຫວັງຢາກຮ່ວມມືກັບຫວຽດນາມເພື່ອປະຕິບັດບັນດາໜ້າທີ່ຊຶ່ງສະຫະພັນລັດຖະສະພາສາກົນມອບໝາຍໃຫ້. 
ແຫຼ່ງຄັດຈາກ VOV

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top