• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດອະໄພຍະໂທດໃຫ້ນັກໂທດ 3.026 ຄົນຊຶ່ງພວມປະຕິບັດໂທດຈຳຄຸກ

      ເນື່ອງໃນໂອກາດວັນຊາດຫວຽດນາມທີ 2 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ເຊັນຂໍ້ຕົກລົງອະໄພຍະໂທດປີ 2021 ຊຶ່ງໄດ້ອະໄພຍະໂທດໃຫ້ນັກໂທດ 3.026 ຄົນຊຶ່ງພວມປະຕິບັດໂທດຈຳຄຸກ
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພວມກວດກາເຮືອນຄົວແຕ່ງກິນໃຫ້ນັກໂທດທີ່ຄ້າຍຄຸມຂັງ ງອກຫຼີ ແຂວງບັກຢາງ
          ວັນທີ 30 ສິງຫາ, ເນື່ອງໃນໂອກາດວັນຊາດຫວຽດນາມທີ 2 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ເຊັນຂໍ້ຕົກລົງອະໄພຍະໂທດປີ 2021 ຊຶ່ງໄດ້ອະໄພຍະໂທດໃຫ້ນັກໂທດ 3.026 ຄົນຊຶ່ງພວມປະຕິບັດໂທດຈຳຄຸກ, 3 ຄົນພວມຖືກຊັດມ້ຽນການປະຕິບັດໂທດຈຳຄຸກໂດຍຊົ່ວຄາວ, 3 ຄົນພວມຖືກໂຈະປະຕິບັດໂທດຈຳຄຸກ, ມີເງື່ອນໄຂຮັບອະໄພຍະໂທດໃນປີ 2021.
    ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ວັນທີ 1 ກັນຍາປີ 2021 ເປັນຕົ້ນໄປ. ນາຍົກລັດຖະມົນຕີ, ປະທານ ແລະ ບັນດາສະມາຊິກໃນສະພາທີ່ປຶກສາອະໄພຍະໂທດ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງວ່າການປະທານປະເທດ ຕ້ອງຮັບຜິດຊອບປະຕິບັດຕາມຂໍ້ຕົກລົງສະບັບນີ້. 
(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5 ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ.

Top