• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເປັນສັກຂີພິຍານພິທີມອບ - ຮັບວັກຊິນ ແລະ ວັດຖຸອຸປະກອນການແພດ

      ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ຢັ້ງຢືນວ່າ ໜຶ່ງໃນບັນດາໝາກຜົນທີ່ພົ້ນເດັ່ນ ແລະ ແທດຈິງທີ່ສຸດໃນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຂອງທ່ານປະທານປະເທດ ຄັ້ງນີ້ ແມ່ນຍາດແຍ່ງໄດ້ການສະໜັບສະໜູນຈາກປະຊາຄົມສາກົນຢ່າງມີປະສິດທິຜົນ, ພິເສດແມ່ນສຳລັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ. 
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເປັນສັກຂີພິຍານພິທີມອບ - ຮັບວັກຊິນກັນພະຍາດໂຄວິດ - 19 (ພາບ: TTXVN)
      ຕອນຄ່ຳວັນທີ 25 ກັນຍາ, ຢູ່ສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນສັກຂີພິຍານພິທີມອບ - ຮັບວັກຊິນກັນພະຍາດໂຄວິດ - 19 ທີ່ໄດ້ຂົນສົ່ງມາຫວຽດນາມດ້ວຍເຮືອບິນຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພາຍຫຼັງການຢ້ຽມຢາມ ກູບາ ຢ່າງເປັນທາງການ ແລະ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່, ສປຊ ຊຸດທີ 76 ແລະ ປະຕິບັດບັນດາການເຄື່ອນໄຫວສອງຝ່າຍຢູ່ ນິວຢອກ, ອາເມລິກາ (ແຕ່ວັນທີ 18 – 24 ກັນຍາ 2021).
      ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ຢັ້ງຢືນວ່າ ໜຶ່ງໃນບັນດາໝາກຜົນທີ່ພົ້ນເດັ່ນ ແລະ ແທດຈິງທີ່ສຸດໃນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຂອງທ່ານປະທານປະເທດ ຄັ້ງນີ້ ແມ່ນຍາດແຍ່ງໄດ້ການສະໜັບສະໜູນຈາກປະຊາຄົມສາກົນຢ່າງມີປະສິດທິຜົນ, ພິເສດແມ່ນສຳລັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ. ຕາມນັ້ນແລ້ວ, ຫວຽດນາມ ໄດ້ຮັບຄຳໝັ້ນສັນຍາ ແລະ ການສະໜັບສະໜູນຢ່າງແຮງຈາກບັນດາປະເທດ, ບັນດາຄູ່ຮ່ວມມືສາກົນ, ບັນດາບໍລິສັດຕ່າງປະເທດ.
      ນອກຈາກວັກຊິນກັນພະຍາດໂຄວິດ - 19 Abdala ຂອງ ກູບາ ຈຳນວນ 1,05 ລ້ານໂດສ ທີ່ໄດ້ຂົນສົ່ງມາ ຫວຽດນາມ ແລ້ວ, ບັນດາປະເທດ ແລະ ຄູ່ຮ່ວມມື ຍັງໃຫ້ຄຳໝັ້ນສັນຍາຈະຊ່ວຍເຫຼືອ ແລະ ສະໜອງວັກຊິນຈຳນວນກວ່າ 1,5 ລ້ານໂດສ ໃຫ້ແກ່ ຫວຽດນາມ; ອາເມລິກາ ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອວັກຊິນຈຳນວນຫຼາຍໃຫ້ແກ່ ຫວຽດນາມ ຜ່ານກົນໄກ COVAX ໃນການຈັດແບ່ງຄັ້ງຕໍ່ໄປ. ສະເພາະ ບໍລິສັດ Pfizer ໄດ້ໃຫ້ຄຳໝັ້ນສັນຍາວ່າ ພາຍໃນປີ 2021 ນີ້ ຈະສົ່ງວັກຊິນໃຫ້ຄົບຕາມຈຳນວນ 31 ລ້ານໂດສ ທີ່ໄດ້ລົງນາມກັບ ຫວຽດນາມ ແລະ ວັກຊິນ20 ລ້ານ ໂດສໃຫ້ແກ່ເດັກ ເມື່ອມີເອກະສານຢັ້ງຢືນປະສິດທິຜົນ ແລະ ຄວາມປອດໄພຢ່າງຄົບຖ້ວນ. ນອກຈາກວັກຊິນແລ້ວ, ຫຼາຍຄູ່ຮ່ວມມືຍັງໃຫ້ການຊ່ວຍເຫຼືອກ່ຽວກັບວັດຖຸອຸປະກອນການແພດ ດ້ວຍມູນຄ່າ 8,8 ລ້ານ USD ແລະ ຊາວ ຫວຽດນາມ ຢູ່ຕ່າງປະເທດກໍໃຫ້ການຊ່ວຍເຫຼືອເຄື່ອງຊ່ວຍຫາຍໃຈຈຳນວນ 1.000 ເຄື່ອງ./.
(ແຫຼ່ງຄັດຈາກ VOV)
 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top