• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈືອງເຕີນຊາງເຂົ້າ ຮ່ວມພິທີສະເຫຼີມສະຫຼອງ 70ປີ ແຫ່ງວັນຂະແໜງຮັບໃຊ້ການອຸປະໂພກບໍລິໂພກຂອງທະຫານ


(ພິ​ທີ​ຕ້ອນ​ຮັບ​ຫຼຽນ​ໄຊວິ​ລະ​ກຳ​ຊັ້ນ 2)
      ຕອນ​ເຊົ້າ​ວັນ​ທີ 23/03, ເມ​ື່ອ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ ວັນ​ສ້າງ​ຕັ້ງຂະ​ແໜງ​ຮັບ​ໃຊ້​​ການອຸ​ປະ​ໂພກ​ບໍ​ລິ​ໂພກ​ຂອງ​ທະ​ຫານ (25/03/1946 – 25/03/2016) ແລະ ຕ້ອນ​ຮັບ​ຫຼຽນ​ໄຊວິ​ລະ​ກຳ​ຊັ້ນ 2 ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຊົມ​ເຊ​ີຍ ແລະ ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ ແລະ ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ຂະ​ແໜງຮັບ​ໃຊ້​ດ້ານ​ວັດ​ຖຸ​ໃນ​ຊີ​ວິດ​ປະ​ທຳ​ວັນ​ຂອງ​ທະ​ຫານ ໃນ 70 ປີ​ຜ່ານ​ມາ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ.
        “ຂະ​ແໜງຮັບ​ໃຊ້​​ການອຸ​ປະ​ໂພກ​ບໍ​ລິ​ໂພກ​ຂອງ​ທະ​ຫານຕ້ອງ​ຊາບ​ຊຶມ​ແນວ​ທາງ, ທັດ​ສະ​ນະ​ຂອງ​ພັກ ແລະ ລັດ​ກ່ຽວກ​ັບ​ການ​ຕໍ່​ສູ້​ປະ​ຊາ​ຊົນ, ປ້ອງ​ກັ​ນ​ຊາດ​ທົ່ວ​ປວງ​ຊົນ, ພະ​ລາ​ທິ​ການ​ປະ​ຊາ​ຊົນ​ຢ່າງ​ເລິກ​ເຊິ່ງ; ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທິ 12 ຂອງ​ພັກ, ມະ​ຕິ​ສູນ​ກາງ​ຄັ້ງ​ທີ 8 ຊຸດ​ທີ 11 ກ່ຽວ​ກັບ “ຍຸດ​ທ​ະ​ສາດ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່”; ບົນ​ພື້ນ​ຖານ​ກຳ​ແໜ້ນ​ຄວາມ​ຮ​ຽກ​ຮ້ອ​ງ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ໜ້າ​ທີ່​ການ​ທະ​ຫານ - ປ້ອງ​ກັນ​ປະ​ເທດ ເພື່ອ​ກຳ​ແໜ້ນ​ທິດ​ທາງ, ໜ້າ​ທີ່​ວຽກ​ງານ​ຮັບ​ປະ​ກັນ​ການຮັບ​ໃຊ້​ດ້ານ​ວັດ​ຖຸ​ໃນ​ຊີ​ວິດ​ປະ​​ຈຳ​ວັນ​ໃນ​ສະ​ພາບ​ການ​ໃໝ່”.
        ປະ​ທານ​ປະ​ເທດ​ກໍ​ສະ​ເໜີ​ໃຫ້​ຂະ​ແໜງຮັບ​ໃຊ້​​ການອຸ​ປະ​ໂພກ​ບໍ​ລິ​ໂພກ​​ຂອງ​ທະ​ຫານສືບ​ຕໍ່​ຍູ້​ແຮງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ, ທັນ​ສະ​ໄໝ ແລະ ສືບ​ຕໍ່​ປ່ຽນ​ໃໝ່… ເພື່ອ​ຕອບ​ສະ​ໜອງ​ການ​ຮັບ​ປະ​ກັນ​ການອຸ​ປະ​ໂພກ​ບໍ​ລິ​ໂພກ​ໃຫ້​ກອງ​ທັບປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ.
 (ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຕອນ​ເຊົ້າ​ວັນ​ທີ 08 ພຶດ​ສະ​ພາ, ວັນ​ບຸນ​ເກມ ຫວຽດ​ນາມ - Vietnam GameVerse 2026 ດ້ວຍ​ຫົວ​ຂໍ້ “ພ້ອມ​ກັນ​ບືນ​ຕົວ​ອອກ​ສູ່​ທະ​ເລ​ທີ່​ກວ້າງ​ໃຫຍ່​ - Do local, go global" ໄດ້ໄຂ​ຂຶ້ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ເຫ​ດ​ການ​ດັ່ງ​ກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງບ​ັນ​ດາ​ຄູ່​ຮ່ວມ​ມື​ມາ​ຈາກ ສ.ເກົ​າຫຼີ, ຈີນ, ອາ​ເມ​ລິ​ກາ, ຍີ່​ປຸ່ນ… ພ້ອມ​ດ້ວຍ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ, ຄື: Google, Meta, Bytedance, Roblox, Riot… ແລະ ບັນ​ດາ​ທິມ​ງານ Esports ທີ່​ມາ​ຈາກ 11 ປະ​ເທດ ອາ​ຊຽນ.

Top