• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມພິທີປະກາດວິທະຍາຄານສານ


ທ່ານ ເຈືອງເຕີນຊາງ ກ່າວຄຳເຫັນທີ່ພິທີ
      ຕອນ​ບ່າຍ​ວັນ​ທີ 28/3, ສານ​ປະຊາຊົນ​ສູງ​ສຸດ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ວິທະຍາຄານ​ສານ. ທີ່​ພິທີ, ທ່ານ ​ເຈືອງ​ຮ່ວາ​ບີ່​ງ, ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ໄດ້​ມອບ​ຂໍ​​້ຕົກລົງ​ປະກາດ​ສ້າງ​ຕັ້ງ​ວິທະຍາຄານ​ສານ​ໃຫ້​ການ​ນຳ​ວິທະຍາຄານ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເຈືອງ​ເຕີນ​ຊາງ, ປະທາ​ນປະ​ເທດ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານຕຸລາການ​ສູນ​ກາງ, ສະ​ເໜີ​ໃຫ້ການ​ນຳ​ຂະ​ແໜງ​ສານ​ພ້ອມ​ກັບ​ຄູ​ອາ​ຈານ ​ແລະ ນັກ​ສຶກສາ​ຂອງ​ວິທະຍາຄານ ຕ້ອງ​ມານະ​ພະຍາຍາມ​ສຸ້ຊົນ​ນຳ​ວິທະຍາຄານ​ກາຍ​ເປັນ​ສູນ​ບຳລຸງ​ສ້າງ, ຄົ້ນ​ຄ້ວາ​ວິທະຍາສາດ​ທັນ​ສະ​ໄໝ, ມີ​ຄຸນ​ນະພາ​ບສູງ.
        “ວິທະຍາຄານ​ຕ້ອງ​ຊາບ​ຊຶມ​ເລິກ​ເຊິ່ງ, ກຳ​ແໜ້ນ​ທັດສະນະ, ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ຂົງ​ເຂດ​ຕຸລາການ, ​ເພື່ອ​ກຳນົດ​ທິດກໍ່ສ້າງ ​ແລະ ພັດທະນາວິທະຍາຄານ. ສຸ້ຊົນ​ສ້າງ​ວິທະຍາຄານ​​ໃຫ້ກາຍ​ເປັນ​ຮາກ​ຖານ​ບຳລຸງ​ສ້າງມະຫາວິທະຍາ​ໄລ, ​​ເຫຼືອມະຫາວິທະຍາ​ໄລທີ່ມີ​ອິດ​ທິພົນ​ຊື່​ສຽງ​ພາຍ​ໃນ​ປະ​ເທດ ​ແລະ ພາກ​ພື້ນ”
        ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ຮຽກຮ້ອງ​ໃຫ້​ວິທະຍາຄານ​ສານ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບສາກົນ, ​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນ, ອັບ​​ເດັດ​ຄວາມ​ຮູ້​ເປັນ​ປະຈຳ, ຮັບ​ເອົາ​​ແຕ່ມີ​ການ​ເລືອກ​​ເຟັ້ນຜົນງານ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ພະນັງ​ການ​ສານ, ​ແກ້​ໄຂ​ບັນດາ​ກາ​ນຂັດ​ແຍ້​ງດ້ານ​ຕຸລາ​ການ​ສາກົນ, ພິ​ເສດ​ແມ່ນ​ບັນດາ​ການ​ຂັດ​ແຍ້​ງກ່ຽວ​ກັບ​ອະທິປະ​ໄຕ ​ແລ​ະ ກ່ຽວ​ຂ້ອງ​ເຖິງ​ດ້ານການ​ຄ້າ​ສາກົນ, ຊັບ​ສິນ​ທາງ​ປັນຍາ, ຕອບ​ສະໜອງ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ໃນ​ປະຈຸ​ບັນ.
                                                (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top