• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມນັກສຶກສາ ຫວຽດນາມ ຢູ່ ເບລາຣຸດ

      ກໍ່ໃນຂອບເຂດການຢ້ຽມຢາມ ສ. ເບລາຣຸດ ຢ່າງເປັນທາງການ, ຕອນຄ່ຳວັນທີ 26 ມິຖຸນາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະ, ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມ, ນັກສຶກສາ ຫວຽດນາມ ຢູ່ ເບລາຣຸດ. 

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖ່າຍຮູບທີ່ລະນຶກກັບລູກຫຼານຊາວ ຫວຽດນາມ ອາໄສຢູ່ ເບລາຣຸດ
      ນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ: ສະຖານທູດ ໄດ້ຊາບຊຶມແນວທາງການຕ່າງປະເທດຂອງພັກ ແລະ ລັດ, ອັບເດດສະພາບການພາຍໃນປະເທດເພື່ອຜັນຂະຫຍາຍໜ້າທີ່ພົວພັນຕ່າງປະເທດທັນການ, ເໝາະສົມ ເພື່ອແນໃສ່ຊຸກຍູ້ການຮ່ວມມືທຸກໆດ້ານກັບ ເບລາຣຸດ.
        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ: ປະຊາຄົມຊາວ ຫວຽດນາມ ຢູ່ ເບລາຣຸດ ເຖິງວ່າມີຈຳນວນບໍ່ຫຼາຍປານໃດກໍ່ຕາມ ແຕ່ແຕ່ລະຄົນດ້ວຍການກະທຳທີ່ແທດຈິງ ໄດ້ປະກອບສ່ວນໂຄສະນາ ກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ, ນຳ 2 ປະເທດ ຫວຽດນາມ ແລະ ເບລາຣຸດ ຫຍັບມໍ່ເຂົ້າກັນກ່ວາ. ທ່ານປະທານປະເທດ ເຈ່ີນດ້າຍກວາງ, ຖືວ່າ:
        ເບລາຣຸດ ແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງພໍ່ແມ່ພີ່ນ້ອງ, ດັ່ງນັ້ນ ພວກເຮົາພະຍາຍາມທຳມາຫາກິນ ແລະ ພັດທະນາເພື່ອມີການດຳລົງຊີວິດທີ່ເປັນປົກກະຕິ ແລະ ປະກອບສ່ວນສ້າງສາບ້ານເກີດເມືອງນອນຂອງຕົນໃນເງື່ອນໄຂທີ່ພໍ່ແມ່ປະຊາຊົນມີຄວາມສາມາດຈະເຮັດໄດ້. ຂ້າພະເຈົ້າໄດ້ຮູ້ວ່າ: ຍາມໃດພໍ່ແມ່ປະຊາຊົນກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ນັບທັງເລື່ອງພວກຫຼານນ້ອຍພະຍາຍາມຮຽນພາສາ ຫວຽດ ກໍ່ແມ່ນການຕັກເຕືອນໃຫ້ພວກເຮົາຄິດຮອດຄິດເຖິງບ້ານເກີດເມືອງນອນ. ຂ້າພະເຈົ້າໄດ້ຍ້ອງຍໍຊົມເຊີຍສິ່ງດັ່ງກ່າວ ແລະ ຕີລາຄາສູງຈິດໃຈຂອງພໍ່ແມ່ປະຊາຊົນທີ່ໄດ້ທຳມາຫາກິນດ້ວຍຄວາມດຸໝັ່ນຂະຫຍັນພຽນ ແລະ ເຊື່ອມຕົວເຂົ້າກັບອຳນາດການປົກຄອງປະເທດປະຈຳຖິ່ນ. ຂ້າພະເຈົ້າຫວັງວ່າ ພໍ່ແມ່ປະຊາຊົນຍາມໃດກໍ່ເສີມຂະຫຍາຍມູນເຊື້ອນັ້ນ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top