• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເລຂາທິການໃຫຍ່ອົງການຕຳຫຼວດອາຍາສາກົນ Interpol

      ນັບແຕ່ເມື່ອເຂົ້າຮ່ວມ Interpol ມາຮອດປະຈຸບັນ, ຍາມໃດ ຫວຽດນາມ ກໍ່ປະຕິບັດບົດບາດ, ໜ້າທີ່ຂອງປະເທດສະມາຊິກມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າຮ່ວມມືແໜ້ນແຟ້ນກັບຕຳຫຼວດບັດາປະເທດສະມາຊິກຂອງອົງການ Interpol ໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ. 

ທ່ານ Jurgen Stock, ເລຂາທິການໃຫຍ່ອົງການຕຳຫຼວດ ອາຍາສາກົນ ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ
      ຕອນບ່າຍວັນທີ 6 ກໍລະກົດ, ທີ່ການຕ້ອນຮັບທ່ານ Jurgen Stock, ເລຂາທິການໃຫຍ່ອົງການຕຳຫຼວດ ອາຍາສາກົນ (Interpol) ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງການສະໜັບສະໜູນ, ການໜູນຊ່ວຍຫຼາຍດ້ານ, ມີປະສິດທິຜົນຂອງຄະນະເລຂາທິການໃຫຍ່ Interpol ທີ່ສະຫງວນໃຫ້ກຳລັງຕຳຫຼວດ ຫວຽດນາມ ໃນຊຸມປີຜ່ານມາ. ທ່ານປະທານປະເທດ ໃຫ້ຮູ້ວ່າ: ນັບແຕ່ເມື່ອເຂົ້າຮ່ວມ Interpol ມາຮອດປະຈຸບັນ, ຍາມໃດ ຫວຽດນາມ ກໍ່ປະຕິບັດບົດບາດ, ໜ້າທີ່ຂອງປະເທດສະມາຊິກມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າຮ່ວມມືແໜ້ນແຟ້ນກັບຕຳຫຼວດບັດາປະເທດສະມາຊິກຂອງອົງການ Interpol ໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ. ທ່ານປະທານປະເທດຫວັງວ່າ ຄະນະການນຳປະຈຳການ ແລະ ຄະນະເລຂາທິການໃຫຍ່ອົງການ Interpol ສືບຕໍ່ສະຫງວນຄວາມເອົາໃຈໃສ່ ແລະ ໜູນຊ່ວຍໃຫ້ກຳລັງຕຳຫຼວດ ຫວຽດນາມ ກ່ວາອີກ. ປີນີ້, ຫວຽດນາມ ເປັນເຈົ້າພາບຈັດຕັ້ງ APEC 2017, ແມ່ນເຫດການມີຄວາມໝາຍສຳຄັນສຳລັບພື້ນຖານເສດຖະກິດສະມາຊິກ ເພື່ອພາກພື້ນ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ສະໜິດຕິດພັນ ແລະ ພັດທະນາແບບຍືນຍົງ. ທ່ານປະທານປະເທດ ສະເໜີໃຫ້ອົງການ Interpol ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກຳລັງຕຳຫຼວດ ຫວຽດນາມ ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ສັບປະດາຂັ້ນສູງ.
 (ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top