• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບຄະນະຜູ້ແທນຊາວຫວຽດນາມ ແລະ ພຸດທະສາສະໜາຫວຽດນາມຢູ່ໄທ

ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ມອບ​ຂອງ​ຂວັນ​ທີ່​ລະ​ນຶກ​ໃຫ້​ຄະ​ນະ
          ຕອ​ນ​ເຊົ້າ​ວັນ​ທີ 27/3, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນຊາວ ຫວຽດ​ນາມ ແລະ ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ​ຢູ່ ໄທ​ທີ່​ພວມມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຊີ້​ແຈ້ງວ່າ ​ໃນຊຸມ​ປີ​ຜ່ານ​ມາ, 2 ປະ​ເທດ ຫວຽດ​ນາມ - ໄທ ໄດ້​ສ້າງ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ​ໝັ້ນ​ຄົງ​ບົນ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ  ເນັ້ນ​ໜັ​ກວ່າ:  ໃນ​ບັນ​ດາ​ຜົນ​ງານ​ລວມ​ຂອງ​ການ​ພົວ​ພັນ 2 ປະ​ເທດ​ມີ​ການ​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​ທັງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ໃນ​ນັ້ນ​ມີ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ​ອາ​ໄສຢູ່ ໄທ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ, ຊີ້​ແຈ້ງວ່າ:
      “ພັກ ແລະ ລັດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ​ອາ​ໄສຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່ບໍ່​ອາດ​ຕັດ​ແຍກ​​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຄົມ​ມີ​ຊີ​ວິດ​​ເປັນ​ປົກ​ກະ​ຕິ, ເຊື່ອມ​ຕົວເຂົ້າ​ກັບ​ສັງ​ຄົມ​ປະ​ເທດ​ປະ​ຈຳ​ຖິ່ນ, ຊ່ວຍ​ໃຫ້​ປະ​ຊາ​ຄົມ​ຮັກ​ສາ ແລະ ເສີ​ມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ອ່​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ​ໄດ້. ຂ້າ​ພະ​ເຈົ້າ​ຫວັງ​ວ່າ: ວຽກ​ງານ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ​ອາ​ໄສຢູ່ ຕ່າງ​ປະ​ເທດ ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ພິ​ເສ​ດ​, ​ແມ່ນໃນ​ການ​ສ້າງ​, ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາ​ຍ​ສຳ​ລັບ​ພໍ່​ແມ່​ປະ​ຊາ​ຊົນ, ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​​ບໍ​ລິ​ເວນ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ຂໍ້​​ມູນ​ຂ່າວ​ສານ, ວັດ​ທະ​ນະ​ທຳ, ການ​ເຫຼື້ອມ​ໃສ​ຂອງ​ປະ​ຊາ​ຄົມ.”
 (ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ ເລື່ອງປ່ອຍຕົວປະກັນແມ່ນ “ເນື້ອໃນຈຸດສຸມຂອງທຸກວຽກງານ ເຊິ່ງ ອາເມລິກາ ພວມພະຍາຍາມປະຕິບັດ”.

Top