• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ: ພໍ່ແມ່ພີ່ນ້ອງຊາວຄຼິດ ສືບຕໍ່ເສີມຂະຫຍາຍບົດບາດຂົວເຊື່ອມຕໍ່ ລະຫວ່າງ ພັກ, ອຳນາດການປົກຄອງ ກັບຜູ້ມີຍົດສັກຕຳແໜ່ງ ແລະ ພໍ່ແມ່ປະຊາຊົນຊາວຄຼິດ

      ເນື່ອງໃນໂອກາດວັນບຸນຄຼິດສະມາດ ປີ 2021, ຕ້ອນຮັບປີໃໝ່ສາກົນ 2022, ຕອນເຊົ້າວັນທີ 23 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ມອບຂອງຂວັນ ແລະ ອວຍພອນ ວັນບຸນຄຼິດສະມາດ ຢູ່ສຳນັກສັງຄະນາຍົກ ຮ່າໂນ້ຍ ແລະ ຄະນະກຳມະການສາມັກຄີສາສະໜາ ກາໂຕລິກ ຫວຽດນາມ
ທ່ານປະທານປະເທດ ຫງວຽນຊວັນຟຸກ ມາອວຍພອນຢ້ຽມຢາມ ມອບຂອງຂວັນ ແລະ ອວຍພອນ
ວັນບຸນຄຼິດສະມາດ ຢູ່ສຳນັກສັງຄະນາຍົກ ຮ່າໂນ້ຍ (ພາບ:
VOV)
      ເມື່ອຢ້ຽມຢາມ ສຳນັກສັງຄະນາຍົກ ຮ່າໂນ້ຍ ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນ ສັງຄະນາຍົກ ຫວູວັນທຽນ, ຫົວໜ້າສຳນັກສັງຄະນາຍົກເຂດຊາວຄຼິດຮ່າໂນ້ຍ, ຮອງເລຂານຸການໃຫຍ່ສະພາສັງຄະລາດ ຫວຽດນາມ, ບັນດາຜູ້ມີຍົດສັກຕຳແໜ່ງ, ນັກບວດ ແລະ ຜູ້ຕາງໜ້າບັນດາເຂດຊາວຄຼິດ, ນິກາຍຂອງສຳນັກເຂດຊາວຄຼິດ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດຢ່າງເບີກບານມວນຊື່ນ, ສະຫງົບສຸກ, ເຕັມໄປດ້ວຍພະຄຸນຂອງພະຜູ້ເປັນເຈົ້າ.
ທ່ານປະທານປະເທດ ຢັ້ງຢືນວ່າ ຍາມໃດພັກລັດ ກໍ່ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນທີ່ໄດ້ຮັບຮອງໃນລັດຖະທຳມະນູນ ແລະ ກົດໝາຍ, ປະທານປະເທດສະແດງຄວາມເຊື່ອໝັ້ນແລະຫວັງວ່າ ພໍ່ແມ່ພີ່ນ້ອງຊາວຄຼິດ ຈະສ້າງເຂດຊາວຄຼິດ ໃຫ້ນັບມື້ນັບພັດທະນາປະກອບສ່ວນ ພັດທະນາເສດຖະກິດສັງຄົມຂອງນະຄອນຫຼວງຮ່າໂນ້ຍ, ຂອງປະເທດຊາດໃຫ້ນັບມື້ນັບຫຼາຍ ແລະ ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ແລະ ທ້ອງຖິ່ນໃຫ້ເປັນຢ່າງດີ. ຜ່ານນັ້ນ ນຳເອົາຊີວິດທີ່ສະຫງົບສຸກມາໃຫ້ພໍ່ແມ່ພີ່ນ້ອງຊາວຄຼິດ ແລະ ປະກອບສ່ວນສ້າງນະຄອນຫຼວງໃຫ້ນັບມື້ນັບຮຸ່ງເຮືອງສີວິໄລ ແລະ ທັນສະໄໝ.
      ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງກະເຊົ້າດອກໄມ້ ອວຍພອນວັນບຸນ ຄຼິດສະມາດ ຢູ່ສຳນັກສັງຄະລາດໃຫຍ່ ເຂດຊາວຄຼິດເຫ້ວ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top