• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ: ຜູ້ອາຍຸສູງ ແມ່ນປັດໄຈອັນປະເສີດຂອງຊາດ, ແມ່ນເສົາຄ້ຳຂອງຄອບຄົວ ແລະ ສັງຄົມ

      ຕອນເຊົ້າວັນທີ 28 ກັນຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະກັບສູນກາງສະມາຄົມຜູ້ ອາຍຸສູງ ຫວຽດນາມ ແລະ ບັນດາຜູ້ແທນທີ່ມີອາຍຸສູງ, ເນື່ອງໃນໂອກາດວັນຜູ້ ອາຍຸສູງສາກົນ (1 ຕຸລາ) ແລະ ເດືອນກະທຳເພື່ອຜູ້ອາຍຸສູງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)
      ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຜູ້ອາຍຸສູງແມ່ນປັດໄຈອັນປະເສີດຂອງຊາດ, ແມ່ນເສົາຄ້ຳສຳຄັນຂອງ ປະເທດຊາດ, ຂອງຄອບຄົວ ແລະ ສັງຄົມ. ເພາະສະນັ້ນ, ການເບິ່ງແຍງດູແລ ແລະ ເສີມຂະຫຍາຍຜູ້ອາຍຸສູງຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງເປັນປະຈຳ, ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການເບິ່ງແຍງດູແລ ຜູ້ອາຍຸສູງໃຫ້ເປັນຢ່າງດີ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ສະເໜີໃຫ້ສະມາຄົມຜູ້ອາຍຸສູງທຸກຂັ້ນ ຕ້ອງມີການເຄື່ອນໄຫວຢ່າງແທດຈິງ, ມີປະສິດທິຜົນກ່ວາອີກ ໃນການເບິ່ງແຍງດູແລ ໃຫ້ແກ່ຜູ້ອາຍຸສູງ, ເປັນຕົ້ນແມ່ນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ຢູ່ເຂດຫ່າງໄກສອກຫຼີກ. ຂະແໜງສາທາລະນະສຸກ ຄວນຄົ້ນຄວ້າ ເພື່ອມີວິທີການປ້ອງກັນ ແລະ ປິ່ນປົວພະຍາດ ຕ່າງໆ ເພື່ອຮັບປະກັນໃຫ້ຊາວຫວຽດນາມ ມີອາຍຸຍືນຍາວ ແລະ ມີສຸຂະພາບທີ່ດີ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top