• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຊວນຟຸກ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ

ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ສະແດງໃຫ້ເຫັນຫຼັກສິນທຳອັນສູງສົງທີ່ວ່າ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຢື້ຢາມຖາມຂ່າວບັນດາທະຫານເສຍອົງຄະຢູ່ສູນ (ພາບ: Thống Nhất/TTXVN)  

ເນື່ອງໃນໂອກາດວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7), ຕອນບ່າຍວັນທີ 9 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ, ມອບຂອບຂວັນໃຫ້ແກ່ພະນັກງານ, ລັດຖະກອນ ແລະ ທະຫານເສຍອົງຄະຢູ່ສູນປິ່ນປົ່ວ ເບິ່ງແຍງສຸຂະພາບທະຫານເສຍອົງຄະ ທ້ວນແທັ່ງ, ຢູ່ຕາແສງນິງສາ, ເມືອງ ທ້ວນແທັ່ງ, ແຂວງ ບັກນິງ. ໂດຍແມ່ນຫົວໜ່ວຍທີ່ຂຶ້ນກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ສູນປິ່ນປົ່ວ ເບິ່ງແຍງສຸຂະພາບທະຫານເສຍອົງຄະ ທ້ວນແທັ່ງ ໄດ້ຮັບການສ້າງຕັ້ງແຕ່ປີ 1965, ເຊິ່ງແມ່ນບ່ອນເບິ່ງແຍງດູແລບັນດາທະຫານເສຍອົງຄະໜັກ.

ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ສະແດງໃຫ້ເຫັນຫຼັກສິນທຳອັນສູງສົງທີ່ວ່າ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດຫວຽດນາມ. ທ່ານປະທານປະເທດປາດຖະໜາວ່າ, ບັນດາທະຫານເສຍອົງຄະ, ທະຫານເຈັບປວຍຈະມານະພະຍາຍາມບື່ນຕົວຂຶ້ນ, ສືບຕໍ່ປະກອບກຳລັງເຫື່ອແຮງເພື່ອສ້າງສາປະເທດຊາດໃຫ້ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນ.

ກ່ອນໜ້ານັ້ນ, ແລະ ກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ  ໄດ້ລົງຢ້ຽມຢາມແມ່ ຫວຽດນາມ ວິລະຊົນ ຫງວຽນທິເງິ່ນ, ອາຍຸ 102 ປີ ຢູ່ນະຄອນ ບັກນີງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top