• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ: ບີ່ງດິງມີຄວາມສາມາດບົ່ມຊ້ອນ ກາຍເປັນແຂວາງທີ່ມີການເຕີບໂຕໃໝ່

ໃນຂອບເຂດການເຄື່ອນໄຫວປະຕິບັດງານຢູ່ບັນດາແຂວງພາກກາງ, ຕອນເຊົ້າວັນທີ 15 ກຸມພາ, ຢູ່ບິ່ງດິ້ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: nhandan.vn)

ທ່ານປະທານປະເທດ ໄດ້ຕີລາຄາສູງແຂວງບິ່ງດິ້ງໄດ້ມີການພັດທະນາກ່ຽວກັບພື້ນຖານໂຄງລ່າງຢ່າງແຮງ ແລະ ມີຄວາມປະທັບໃຈ ໃນອາຍຸການຜ່ານມາ, ສ້າງກຳລັງໜູນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນກໍ່ຄືປະກອບສ່ວນເຂົ້າໃນການພັດທະນາເສດຖະກິດໃນເຂດ. ທ່ານປະທານປະເທດເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການພັດທະນາຂອງແຂວງບິ່ງດິງ ເພື່ອກາຍເປັນແຂວງທີ່ມີການເຕີບໂຕໃໝ່ຢູ່ເຂດພາກກາງ ແລະ ທົ່ວປະເທດ.

ທ່ານປະທານປະເທດຊີ້ນຳວ່າໃນໄລຍະຈະມາເຖິງ, ທາງແຂວງຄວນມີບາດກ້າວບຸກລະລຸ ແລະ ດຶງດູດບັນດາແຫຼ່ງກຳລັງຢ່າງແຮງກ່ວາອີກເພື່ອພັດທະນາແບບຍືນຍົງ. ທ່ານປະທານປະເທດ ກໍ່ສະເໜີໃຫ້ແຂວງດິ່ງດິ້ງພັດທະນາອຸດສາຫະກຳປຸງແຕ່ງ, ປະດິດສ້າງທີ່ຕິດພັນກັບທ່າແຮງຂອງທ້ອງຖິ່ນ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເປີດວິຫານໄຕເຊີນຕາມກຽດ ຊຶ່ງແມ່ນກິດຈະກຳທີ່ມີຄວາມໝາຍສຳຄັນພິເສດດ້ານປະຫວັດສາດ, ວັດທະນະທຳ, ວິທະຍາສາດຕິດພັນກັບເຈົ້າຊີວິດກວາງຈຸງ ແລະ ຂະບວນການລຸກຮຶ້ຂຶ້ນໄຕເຊີນ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top