• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານກູບາ Fidel Castro ໃນຫົວໃຈຂອງຊາວ ຫວຽດນາມ


(ການ​ນຳ Fidel Castro)

        ໃນຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ, ໃນ​ຫົວ​ໃຈ​ຂອງ​ຊາວ ຫວຽດ​ນາມ​ແຕ່​ລະ​ຄົນ, ກູ​ບາ ແລະ ການ​ນຳ Fidel Castro ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ຂອງ​ລັດ​ທິ​ວິ​ລະ​ຊົນ​ປະ​ຕິ​ວັດ, ຈິດ​ໃຈ​ລຸກ​ຮຶຂຶ້ນ ແລະ ຄວາມ​ຫວັງ​​ມຸ້ງ​ໄປ​ສູ່ອິດ​ສະ​ລະ​ພາບ, ຄວາມ​ຜາ​ສຸກ. ປະ​ຊາ​ຊົນ ຫວຽດ​ນາມ ຍາ​ມ​ໃດ​ກໍ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຮັກ ແລະ ຄວາມ​ນັບ​ຖືຕໍ່ປະ​ຊາ​ຊົນ ກູ​ບາ, ປະ​ທານ Fidel Castro. ຍ້ອ​ນ​ເຫດ​ນັ້ນ, ການ​ລ່ວງ​ລັບ​ໄປ​ຂອງປະ​ທານ Fidel Castro ໄດ້​ເຮັດ​ໃຫ້​ຊາວ ຫວຽດ​ນາມ​ ລຸ້ນ​ຕ່າງໆ​​ຮູ້​ສຶກໂສກ​ເສົ້າ​ເສຍ​ດາຍທີ່​ສຸດ, ໃນ​ນັ້ນ​ມີ​ບາງ​ຄົນ​ໂຊກ​ດີ​ທີ່​ມີ​ໂອ​ກາດ​ໄດ້​ພົບ​ປະ ແລະ ເຮັດ​ວຽກ​ກັບ​ທ່ານ. ທ່ານ ຫງວຽນ​ຢູຍ​ເກືອງ, ຮອ​ງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ, ແບ່ງ​ປັນ​ວ່າ:
        “ຄວາມ​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​​ສະ​ເທືອນ​ໃຈ ແລະ ໂສກ​ເສົ້າ​ທີ່​ສຸດເມື່ອ​ໄດ້​ຮັບ​ຂ່າວ​ປະ​ທານ Fidel Castro ເຖິງ​ແກ່​ມໍ​ລະ​ນະ​ກຳ. ໃນ​ນາມ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ, ພວກ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ປະ​ຊາ​ຊົນ ກູ​ບາ ອ້າຍ​ນ້ອງ. ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູບາ ຈະ​ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ເພື່ອ​ສາ​ມັກ​ຄີ​ກັບ ກູ​ບາ. ຜ່ານ​ຄື້ນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຄວາມ​ໂສກ​ເສົ້າ​ເສຍ​ດາຍນີ້​ເຖິງ​ບັນ​ດາ​ເພື່ອນ​ ກູ​ບາ ຜູ້​ສະ​ໜິດ​ສະ​ໜົມ​ທີ່​ສຸດ​ຂອງ​ຕົນ”.
        ນັບ​ແຕ່ວັນ​ທີ 28 -11, ເມື່ອ​ສະ​ຖານ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ ເປີດ​ປະ​ຕູ​ຕ້ອນ​ຮັບ​ຄະ​ນະ​ຕ່າງໆ​ມາ​ໄວ້​ອາ​ໄລ​ປະ​ທານ Fidel Castro, ແຕ່​ລະ​ມື້​ມີຫຼາຍ​ຄະ​ນະ​ໄດ້​ມາ​ອຳ​ລາ​ການ​ນຳ​ຜູ້​ດີ​ເລີດ​ຂອງ​ການ​ປະ​ຕິ​ວັດ ກູ​ບາ. ນຳ​ໜ້າ​ຄະ​ນະ​ຜູ້​ແທນ ວິ​ທະ​ຍຸ​ກະ​ຈາຍ​ສຽງ ​ຫວຽດ​ນາມ ມາ​ໄວ້​ອາ​ໄລ, ທ່ານ ຫງວຽນ​ຊວນ​ຮູຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ ຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຍາມ​ໃດ​ກໍ່​ຈົດ​ຈຳ ແລະ ຮູ້​ບຸນ​ຄຸນປະ​ທານ Fidel Castro ທີ່​ໄດ້​​ໃຫ້​ການ​ຊ່ວຍ​ເຫຼືອ​ທຸກ​ດ້ານ ເພື່ອ​ໃຫ້ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ພັດ​ທະ​ນາ​ພາ​ລະ​ກິດ​ກະ​ຈາຍ​ສຽງ, ໂທ​ລະ​ພາບ, ໜູນ​ຊ່ວຍ​ການ​ກະ​ຈາຍ​ຄື້ນ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຢູ່ ກູ​ບາ. ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ຊ່ວຍ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ​ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງ​ໄດ້​ຮັບ​ມອບ​ໝາຍ​ໃນ​ຊຸມ​ເດືອນ​ປີ​ແຫ່ງ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ສ້າງ​ສາ​ປະ​ເທດ.
        ເຖິງວ່າ​ບໍ່​ທັນ​ໄດ້​ໄປ ກູ​ບາ ຈັກ​ເທື່ອ, ແຕ່​ທ່ານ ດັ້ງ​ງອກ​ຕວນ, ຢູ່ ຮ່າ​ໂນ້ຍ​ ໄດ້​ແບ່ງ​ປັນ​ວ່າ, ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ປະ​ເທດ ກູ​ບາ, ປະ​ທານ Fidel Castroໄດ້​ກາຍ​ເປັນ​ຊື່​ອັນ​ສະ​ໜິດ​ສະ​ໜົມ​ກັບ​ທ່ານ:
        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ເທືອນ​ໃຈ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ລຸ້ນ​ໄດ້​ຜ່ານ​ສົງ​ຄາມ, ແລະ ​ເຫັນ​ປະ​ຈັກ​ຕາ​ຄວາມ​ຫຍຸ້ງ​ຍາກ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ແຫ່ງ​ການ​ຕໍ່​ຕ້ານ ຕ້ານ ອາ​ເມ​ລິ​ກາ, ແລະ ເຫັນ​​ປະ​ຈັກ​ຕາ​ການ​ກະ​ທຳ​ທີ່ປະ​ທານ Fidel Castro ສະ​ຫງວນ​ໃຫ້​ແກ່ ຫວຽດ​ນາມ. ປະ​ເທດ ກູ​ບາ​ ເຖິງວ່າ​ຈະ​ນ້ອຍ​ແຕ່​ພັດ​ວິ​ລະ​ຊົນ ແລະ ພິ​ລະ​ອາດ​ຫານ. ນ້ຳໃຈ​ເພື່ອນ​ມິດ ຫວຽດ​ນາມ - ກູ​ບາ ແມ່ນ​ນ້ຳ​ໃຈ​​ຈົ່ງ​ຮັກ​ພັກ​ດີ, ບໍ​ລິ​ສຸດ​ຜຸດ​ຜ່ອງ​ມີ​ໜຶ່ງ​ບໍ່​ມີ​ສອງ​ຢູ່​ໃນ​ໂລກ”.
        ມີ​ແຕ່​ຮູ້​ເຖິງ​ປະ​ເທດ ກູ​ບາ ແລະ ປະ​ທານ Fidel Castro ຜ່ານ​ການ​ເລົ່າ​ເລື່ອງ​ຂອງ​ພໍ່​ຕູ້​ແມ່​ຕູ້ກໍ່​ຕາມ, ແຕ່ທ້າວ ດັ້ງ​ຈຸງ​ຮ໋ຽວ, ນັກ​ສຶກ​ສາ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ແບ່ງ​ປັນ​ວ່າ:
        “ເມື່ອ​ໄດ້​ຮັບ​ຂ່າວ​ປະ​ທານ Fidel Castro ​ເຖິງ​ແກ່​ມໍ​ລະ​ນະ​ກຳ, ນ້ອງ​ເອງ​ຮູ້​ສຶກ​ໂສກ​ເສົ້າຫຼາຍ, ນ້ອງ​ມາ​ແຫ່ງນີ້​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​ຕົນ​ຕໍ່ ປະ​ທານ Fidel Castro. ນ້ອງ​ຫວັງ​ວ່າ​ບໍ່​ພຽງ​ແຕ່​ມີ​ນ້ອງ​ເທົ່າ​ນັ້ນ, ຫາກ​ພວກເພື່ອນ​ໜຸ່ມ​ອື່ນ​ອີກຫຼາຍ​ຄົນ​ກໍ່​ຈະ​ສືບ​ຕໍ່​​ປະ​ກອບ​ສ່ວນເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວ​ພັນ ຫວຽດ​ນາມ - ກູ​ບາ ອີກ​ດ້ວຍ”.
        ບໍ່​ເຄີຍ​ມີ​ສອງ​ປະ​ເທດ​ໃດ​ທີ່​ຫ່າງ​ໄກ​ກັນເຖິງ​ເຄິ່ງ​ໜຶ່ງ​ໜ່ວຍ​ໂລກ, ມີ​ວັດ​ທະ​ນະ​ທຳ, ພາ​ສາ​ຕ່າງ​ກັນ, ບໍ່​ມີ​ການ​ກ່ຽວ​ພັນ​ດ້ານ​ພູມ​ສາດ​ການ​ເມືອງ​ປານ​ໃດ, ແຕ່​ພັດ​ມີ​ສາຍ​ພົວ​ພັນ​​ສັດ​ຊື່​ບໍ​ລິ​ສຸດ​ຄື ຫວຽດ​ນາມ - ກູ​ບາ. ປະ​ຊາ​ຊົນ ຫວຽດ​ນາມ ຮັກ​ແພງ ປະ​ທານ Fidel Castro ຄື​ດັ່ງ​ປະ​ຊາ​ຊົນ ກູ​ບາ ຮັກ​ແພງ​ປະ​ທານ ໂຮ່​ຈີ​ມິນ.
        ໃນ​ຊຸມ​ປີ​ມໍ່ໆ​ມານີ້, ​ເມື່ອ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ກູ​ບາ, ຍາມ​ໃດບັນ​ດາ​ການ​ນຳ​ພັກ, ລັດ​​ກໍ່​​ມາ​ຢາມປະ​ທານ Fidel Castro. ແລະ ຫວ່າງ​ແລ້ວນີ້, ການ​ຢ້ຽມ​ຢາມ ກູ​ບາ​ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈິ່ນ​ດ້າຍກວາງ​ເມື່ອ​ເດືອນ 11 ປີ 2016 ຜ່ານ​ມາ,ໄດ້​​ເປັນ​ຂີດ​ໝາຍ​ສ່ວນ​ໜຶ່ງ​ໃນ​ປະ​ຫວັດ​ສາດ​ການ​ພົວ​ພັນສອງ​ປະ​ເທດ, ເມື່ອ​​ທ່ານ​ເປັນ​ປະ​ມຸກ​ລັດ​ຕ່າງ​ປະ​ເທດ​ຜູ້​ສຸດ​ທ້າຍ​ໄດ້​ພົບ​ປະ​ກັບ​ການ​ນຳ Fidel Castro.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top