• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດການແຍກຕົວ ແລະ ຕ້ານການຕິດເຊື້ອພະຍາດ Covid -19 ໃນຮາກຖານສາທາລະນະສຸກຢ່າງເຂັ້ມງວດ

      ຄະນະຊີ້ນຳແຫ່ງຊາດຢັ້ງຢືນວ່າ,ປັດຈຸບັນຄວາມສ່ຽງໃນການຕິດເຊື້ອ Covid – 19 ແມ່ນສູງທີ່ສຸດຈາກຜູ້ທີ່ເຂົ້າເມືອງມາ. ບັນດາທ້ອງຖິ່ນຕ່າງໆຕ້ອງມີຄວາມຮັບຜິດຊອບຕິດຕາມອາການສຸຂະພາບຂອງ ບັນດາກໍລະນີທີ່ເຂົ້າເມືອງໃນເວລາ 14 ວັນຕາມຂໍ້ກຳນົດ ແລະ ຮັກສາການປະຕິບັດແຍກຕົວເປັນເວລາ 14 ວັນ. 

ພາບປະກອບ: thanhnien.vn
      ໂດຍເປັນປະທານກອງປະຊຸມທາງອອນລາຍລະຫວ່າງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນ ໂລກລະບາດ Covid – 19 ກັບ 63 ແຂວງ, ນະຄອນ, ໃນຕອນເຊົ້າວັນທີ 3 ຕຸລາ, ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມຢັ້ງຢືນວ່າ, 2 ບັນຫາສຳຄັນທີ່ສຸດໃນປັດຈຸບັນເຊິ່ງບັນດາທ້ອງຖິ່ນຕ້ອງເອົາໃຈໃສ່ນັ້ນແມ່ນ ການແຍກຕົວ ແລະຕ້ານການຕິດເຊື້ອພະຍາດ Covid -19 ໃນຮາກຖານສາທາລະນະສຸກ. ຄະນະຊີ້ນຳແຫ່ງຊາດຢັ້ງຢືນວ່າ,ປັດຈຸບັນຄວາມສ່ຽງໃນການຕິດເຊື້ອ Covid – 19 ແມ່ນສູງທີ່ສຸດຈາກຜູ້ທີ່ເຂົ້າເມືອງມາ. ບັນດາທ້ອງຖິ່ນຕ່າງໆຕ້ອງມີຄວາມຮັບຜິດຊອບຕິດຕາມອາການສຸຂະພາບຂອງ ບັນດາກໍລະນີທີ່ເຂົ້າເມືອງໃນເວລາ 14 ວັນຕາມຂໍ້ກຳນົດ ແລະ ຮັກສາການປະຕິບັດແຍກຕົວເປັນເວລາ 14 ວັນ. ທ່ານ ຫງວຽນແທັງລອງ ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:
        30 ວັນທີ່ຜ່ານມາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ. ເຖິງຢ່າງໃດກໍ່ຕາມ, ຄວາມສ່ຽງຕິດເຊື້ອ Covid – 19 ຢູ່ປະເທດເຮົາຍັງມີຢູ່ ຍ້ອນວ່າມັນສາມາດແຜ່ລາມຈາກກໍລະນີທີ່ເຂົ້າເມືອງຜິດກົດໝາຍ, ດັ່ງນັ້ນ, ບັນດາທ້ອງຖິ່ນຕ້ອງເອົາໃຈໃສ່ທີ່ສຸດ ນັບທັງກໍລະນີເຂົ້າເມືອງຖືກກົດໝາຍກໍ່ສາມາດນຳເອົາພະຍາດມາແຜ່ໃສ່ຊຸມຊົນ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top