• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນອາຊີມີຄວາມມຸ້ງຫວັງຕໍ່ປີໃຫມ່ປີຈໍ 2018

ກ້າວເຂົ້າສູ່ປີໃຫມ່ປີຈໍ 2018, ປະຊາຊົນ ອາຊີ ລ້ວນແຕ່ມີຄວາມມຸ້ງຫວັງຕໍ່ປີໃຫມ່ມີໂຊກມີໄຊ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.


ຊາວ ອາຊີ ຕ້ອນຮັບບຸນປີໃຫມ່ປະຈຳຊາດ

ພາບ:Reuters

ສຳລັບປະຊາຊົນ ຈີນ ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຢູ່ຫລາຍປະເທດໃນໂລກອີກດ້ວຍ, ປີໃຫມ່ແມ່ນໂອກາດເພື່ອໃຫ້ເຂົາເຈົ້າກັບຄືນເຕົ້າໂຮມກັບຄອບຄົວ ແລະ ຍາດຕິພີ່ນ້ອງ. ໃນໂອກາດຕົ້ນປີໃຫມ່, ປະຊາຊົນ ສເກົາຫລີ ກໍ່ມີມູນເຊື້ອມອບອັງເປົ່າໃຫ້ເດັກນ້ອຍ. ບໍ່ພຽງແຕ່ຢູ່ບັນດາປະເທດ ອາຊີ ຄືຫວຽດນາມ, ຈີນ ຫລື ສເກົາຫລີ, ປະຊາຊົນບັນດາປະເທດອາຊີ ດຳລົງຊີວິດຢູ່ຫລາຍປະເທດໃນໂລກ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຕ້ອນຮັບປີໃຫມ່ປີ ຈໍ 2018. ຢູ່ ນະຄອນຫລວງ ເມຊີໂກ ຊີຕີ, ຫລື ແບກແລນ, ບັນດາປະຊາຄົມ ຊາວ ອາຊີ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຕ້ອນຮັບບຸນປິໃຫມ່ຢ່າງຄຶກຄື້ນມ່ວນຊື່ນຄື: ງານບຸນອາຫານການກິນ ຫລື ລາຍການສະແດງສິລະປະ. ບັນດາການເຄື່ອນໄຫວຄືດັ່ງກ່າວບໍ່ພຽງແຕ່ດຶງດູດການເຂົ້າຮ່ວມຂອງຊາວ ອາຊີ ເວົ້າສະເພາະຫາກນັບທັງປະຊາຊົນປະຈຳຖິ່ນເຂົ້າຮ່ວມເປັນຈຳນວນຫລວງຫລາຍ, ປະກອບສ່ວນເພີ່ມທະວີຄວາມສະຫນິດຕິດພັນລະຫວ່າງບັນດາປະເທດອີກດ້ວຍ.

(ແຫຼ່ງຄັດຈາກ VOV)


ນະ​ຄອນ​ໂຮ່​ຈີ​ມິນ ສູ້​ຊົນ​ກາຍ​ເປັນ​ສູນ​ການ​ເງິນ​ສາ​ກົນ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ

ນະ​ຄອນ​ໂຮ່​ຈີ​ມິນ ສູ້​ຊົນ​ກາຍ​ເປັນ​ສູນ​ການ​ເງິນ​ສາ​ກົນ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ

ໜຶ່ງ​ໃນ​ບັນ​ດາ​ທິດ​ເດີນ​ໂດຍ​ນະ​ຄອນ​ກຳ​ນົດ​ແມ່ນ​ສ້າງ​ສູນ​ການ​ເງິນ​ທາງ​ທະ​ເລ ສາ​ກົນ ແລະ ວາ​ງ​ເປົ້າ​ໝາຍ​ດຶງ​ດູດ​ປະ​ມານ 30% ມູນ​ຄ່າ​ທຸລະກຳ​ກາ​ນ​ເງິນ​ທາງ​ທະ​ເລ​ກັບ​ເຂົ້າມາ ຫວຽດ​ນາມ ພາຍໃນ​ຮອບ​ເວ​ລາ 5 ປີ​ຈະ​ມາ​ເຖິງ, ປະ​ມານ 300 ຕື້ USD ຕໍ່​ປີ.

Top