• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດໝາກຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ຄັ້ງທີ 38 ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ

      ຕອນບ່າຍວັນທີ 26 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກ AIDS ແລະ ປ້ອງກັນ, ຕ້ານຢາເສບຕິດ, ໂສເພນີ ຂຶ້ນກັບກະຊວງຕຳຫຼວດ ໄດ້ຈັດຕັ້ງການປະຊຸມຂ່າວປະກາດໝາກຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ຄັ້ງທີ 38 ກ່ຽວກັບບັນຫາຢາເສບຕິດ. 

ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ
      ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງດຳເນີນກອງປະຊຸມເປັນເວລາ 2 ວັນ, ແຕ່ວັນທີ 25 ກໍລະກົດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ພັນເອກ ຮ່ວາງແອງຕວຽນ, ຮອງຫົວໜ້າຫ້ອງການປະຈຳການປ້ອງກັນ, ຕ້ານຢາເສບຕິດ, ຂຶ້ນກັບກະຊວງຕຳຫຼວດ ໃຫ້ຮູ້ວ່າ:
        ຫວຽດນາມ ກໍ່ໄດ້ວາງອອກບັນດາລາຍການເຄື່ອນໄຫວລະອຽດ, ປະກອບສ່ວນສະແດງຄຳໝັ້ນສັນຍາການເມືອງຂັ້ນສູງຂອງ ອາຊຽນ ໃນການປ້ອງກັນ, ຕ້ານຢາເສບຕິດ ເພື່ອແນໃສ່ສ້າງປະຊາຄົມລວມ ອາຊຽນ ຕາມຈິດໃຈ ໃຫ້ຄຳໝັ້ນສັນຍາຕໍ່ສູ້ ແລະ ຮັບມືກັບບັນຫາຢາເສບຕິດຂອງໂລກຢ່າງມີປະສິດທິຜົນ””
 (ແຫຼ່ງຄັດຈາກ VOV)

ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ ແລະ ໄທ

ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ ແລະ ໄທ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜາ​ວ່າ ໄທ​ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຄົມ​ວ​ິ​ສາ​ຫະ​ກິດ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ໄທ ຮ່ຳ​ຮຽນ, ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ໄທ.

Top