• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດແຜນທີ່ລະບົບມູນຄ່າຂະແໜງໄຟຟ້າ, ເອເລັກໂຕນິກ ຫວຽດນາມ

ແຜນທີ່ລະບົບມູນຄ່າຂະແໜງໄຟຟ້າ, ເອເລັກໂຕນິກ ຫວຽດນາມ ໄດ້ຄັດເລືອກ ແລະ ໄຈ້ແຍກ 742 ວິສາຫະກິດທີ່ພວມເຄື່ອນໄຫວໃນ 7 ຂົງເຂດອຸດສາຫະກຳໄຟຟ້າ, ເອກເລັກໂຕນິກຫຼັກແຫຼ່ງຂອງ ຫວຽດນາມ
(ກອງປະຊຸມສຳມະນາ)

ຕອນເຊົ້າວັນທີ 18 ທັນວາ, ຢູ່ ຮ່າໂນ້ຍ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ແລະ ອົງການສົ່ງເສີມການຄ້າ - ການລົງທຶນ ສ.ເກົາຫຼີ (KOTRA) ໄດ້ຈັດກອງປະຊຸມສຳມະນາປະກາດແຜນທີ່ “ລະບົບມູນຄ່າຂະແໜງໄຟຟ້າ, ເອເລັກໂຕນິກ ຫວຽດນາມ” ແລະ “ບັນຊີວິລາຍຊື່ສາຫະກິດເຊື່ອມຕໍ່” ພາຍຫຼັງວິວັດການໄຈ້ແຍກລົງເລິກຂະແໜງອຸດສາຫະກຳໄຟຟ້າ, ເອເລັກໂຕນິກ (E&E) ຫວຽດນາມ.

        ແຜນທີ່ລະບົບມູນຄ່າຂະແໜງໄຟຟ້າ, ເອເລັກໂຕນິກ ຫວຽດນາມ ໄດ້ຄັດເລືອກ ແລະ ໄຈ້ແຍກ 742 ວິສາຫະກິດທີ່ພວມເຄື່ອນໄຫວໃນ 7 ຂົງເຂດອຸດສາຫະກຳໄຟຟ້າ, ເອກເລັກໂຕນິກຫຼັກແຫຼ່ງຂອງ ຫວຽດນາມ, ຕໍ່ຈາກນັ້ນກໍ່ສັບຊ້ອນຄືນເປັນແຜນທີ່ມູນຄ່າ ຕາມແຕ່ລະຂົງເຂດ ແລະ ສະໜອງຂໍ້ມູນລະອຽດເຂົ້າບັນຊີລາຍຊື່. ທ່ານ ບຸຍກວາງຮືງ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ, ໃຫ້ຮູ້ວ່າ:

        “ເລື່ອງສ້າງແຜນທີ່ລະບົບມູນຄ່າຂະແໜງໄຟຟ້າ, ເອເລັກໂຕນິກ ຊ່ວຍຫັນພາບ ລະບົບສະໜອງໃຫ້ໂປ່ງໃສ. ວິສາຫະກິດມີເງິນລົງທຶນຕ່າງປະເທດ (FDI) ສາມາດຊອກຫາຜູ້ສະໜອງທີ່ເໝາະສົມ. ເມື່ອເຫັນແຈ້ງກ່ຽວກັບກຳລັງຄວາມສາມາດ ແລະ ທີ່ຕັ້ງໃນລະບົບແລ້ວ, ວິສາຫະກິດ ຫວຽດນາມ ມີໂອກາດຮ່ວມມືກັບສາກົນ, ຖ່າຍທອດເຕັກໂນໂລຊີ ແລະ ເຂົ້າຮ່ວມລະບົບສະໜອງທີ່ມີຂອບຂະໜາດໃຫຍ່ຕື່ມອີກ”.

        ປະຈຸບັນ, ຫວຽດນາມ ນອນໃນ top 10 ປະເທດສົ່ງອອກເອເລັກໂຕນິກໃຫຍ່ທີ່ສຸດໃນໂລກ, ພ້ອມກັນນັ້ນ ກໍ່ແມ່ນ “ຖານທີ່ໝັ້ນການຜະລິດຍຸດທະສາດ” ຂອງຫຼາຍກຸ່ມບໍລິສັດນາໆຊາດຢູ່ພາກພື້ນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ.

Top