• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດດັດຊະນີການຄ້າ ລະຫວ່າງ ຈີນ - ອາຊຽນ ເປັນຄັ້ງທຳອິດ

      ຕາມກົມໃຫຍ່ພາສີ ຈີນ ແລະ ອຳນາດການປົກຄອງແຂວງ ກວາງຊີ ແລ້ວ,  ດັດຊະນີການຄ້າ ລະຫວ່າງ ຈີນ - ອາຊຽນ ໃນປີ 2021 ແມ່ນ 241,09 ຄະແນນ, ເພີ່ມຂຶ້ນ 19,64% ເມື່ອທຽບໃສ່ປີ 2019 ແລະ ເພີ່ມຂຶ້ນ 141,09% ເມື່ອທຽບໃສ່ປີ 2010. 
ຕູ້ container ສິນຄ້າຢູ່ ເຊິນເຈິນ, ກວາງຕຸງ, ຈີນ ໃນວັນທີ 22 ມິຖຸນາ (ພາບ: AFP/TTXVN)
      ດັດຊະນີການຄ້າ ລະຫວ່າງ ຈີນ - ອາຊຽນ ໄດ້ປະກາດເປັນຄັ້ງທຳອິດໃນງານວາງສະແດງ ຈີນ - ອາຊຽນ ຄັ້ງທີ 18 ແລະ ກອງປະຊຸມສຸດຍອດວິສາຫະກິດ ແລະ ນັກລົງທຶນ ຈີນ - ອາຊຽນ ເຊິ່ງພວມດຳເນີນຢູ່ໜານໜິງ, ເມືອງເອກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ແຂວງ ກວາງຊີ, ພາກໃຕ້ຂອງ ຈີນ.
        ຕາມກົມໃຫຍ່ພາສີ ຈີນ ແລະ ອຳນາດການປົກຄອງແຂວງ ກວາງຊີ ແລ້ວ, ດັດຊະນີດັ່ງກ່າວໃນປີ 2021 ແມ່ນ 241,09 ຄະແນນ, ເພີ່ມຂຶ້ນ 19,64% ເມື່ອທຽບໃສ່ປີ 2019 ແລະ ເພີ່ມຂຶ້ນ 141,09% ເມື່ອທຽບໃສ່ປີ 2010. ປີ 2021 ແມ່ນປີສະເຫຼີມສະຫຼອງວັນສ້າງຕັ້ງການເຈລະຈາ ລະຫວ່າງ ຈີນ - ອາຊຽນ ຄົບຮອບ 30 ປີ. ໃນ 30 ປີ ຜ່ານມາ, ວົງເງິນນຳເຂົ້າ - ສົ່ງອອກ ລະຫວ່າງ ຈີນ ແລະ ບັນດາປະເທດສະມາຊິກ ອາຊຽນ ໄດ້ເພີ່ມຂຶ້ນ 85 ຄັ້ງ, ຈີນ ແມ່ນຄູ່ຮ່ວມມືການຄ້າລາຍໃຫຍ່ສຸດຂອງ ອາຊຽນ ໃນ 12 ປີ ຢ່າງລຽນຕິດ. ໃນຂະນະນັ້ນ, ເປັນຄັ້ງທໍາອິດທີ່ ອາຊຽນ ໄດ້ລືນກາຍ ສະຫະພາບເອີຣົບ ກາຍເປັນຄູ່ຮ່ວມມືການຄ້າລາຍໃຫຍ່ສຸດຂອງ ຈີນ ໃນປີ 2020.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top