• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສອງ​ທ່ານ​ຂອງ​ ອາ​ເມ​ລິ​ກາ ກະ​ກຽມ​ໃຫ້​ແກ່​ການ​ໂຕ້​ຖຽງ​​ດ້ານ​ນິ​ຕິ​ກຳ​ພາຍຫຼັງ​ການ​ເລືອກ​ຕັ້ງ

"ບັ້ນຫາສຽງຂອງ ທ່ານ Donald Trump ຈະຕໍ່ສູ້ຄືນທຸກຄວາມມານະພະຍາຍາມຂອງພັກປະຊາທິປະໄຕ ເພື່ອແນໃສ່ປ່ຽນແປງການຮັບ ແລະ ນັບບັດຢູ່ລັດ ຕ່າງໆໃນຈຸດເວລາສຸດທ້າຍ".

ຜູ້ສະໝັກເລືອກຕັ້ງພັກສາທາລະນະ Donald Trump ແລະ ຜູ້ສະໝັກເລືອກຕັ້ງພັກປະຊາທິປະໄຕ Joe Biden ຍັງຄົງສືບຕໍ່ບັນດາການເຄື່ອນໄຫວຂົນຂວາຍຜູ້ມີສິດເລືອກຕັ້ງຢູ່ບັນດາລັດທີ່ສຳຄັນກ່ອນດຳເນີນການເລືອກຕັ້ງໜຶ່ງວັນ. ໃນຂະນະນັ້ນ, ບັ້ນຫາສຽງເລືອກຕັ້ງຂອງຜູ້ສະໝັກເລືອກຕັ້ງທັງສອງທ່ານ ລ້ວນແຕ່ພວມກະກຽມແກ່ບັນດາການໂຕ້ຖຽງກ່ຽວກັບດ້ານນິຕິກຳພາຍຫຼັງການເລືອກຕັ້ງ.

        ທ່ານ Justin Clark ຮອງຫົວໜ້າຜູ້ບໍລິຫານບັ້ນຫາສຽງເລືອກຕັ້ງຂອງທ່ານ Donald Trump ໃຫ້ຮູ້ວ່າ ບັ້ນຫາສຽງຂອງ ທ່ານ Donald Trump ຈະຕໍ່ສູ້ຄືນທຸກຄວາມມານະພະຍາຍາມຂອງພັກປະຊາທິປະໄຕ ເພື່ອແນໃສ່ປ່ຽນແປງການຮັບ ແລະ ນັບບັດຢູ່ລັດ ຕ່າງໆໃນຈຸດເວລາສຸດທ້າຍ. ສ່ວນທ່ານນາງ Jennifer O’Malley Dillon ຜູ້ບໍລຫານບັ້ນຫາສຽງເລືອກຕັ້ງຂອງທ່ານ Joe Biden ກໍຢັ້ງຢືນວ່າ “ຈະບໍ່ມີເລື່ອງທ່ານ Donald Trump ຖະແຫຼງວ່າເປັນຜູ້ຮັບໄຊຊະນະໃນຄ່ຳຄືນເລືອກຕັ້ງ”.


ຜູ້ມີສິດເລືອກຕັ້ງຢູ່  Dixville  Notch ຂຶ້ນກັບລັດ New Hampshire ຂອງ ອາເມລິກາ  ເຂົ້າຮ່ວມການປ່ອນບັດເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020 (ພາບ: AFP/TTXVN)

ໃນເຫດການທີ່ກ່ຽວຂ້ອງ, ຫຸ່ງເຊົ້າວັນທີ 3 ພະຈິກ (ຕາມເວລາ ອາເມລິກາ) ເຊິ່ງກົງກັບຕອນບ່າຍຂອງວັນດຽວກັນຕາມເວລາ ຮ່າໂນ້ຍ, ຜູ້ມີສິດເລືອກຕັ້ງຢູ່ 2 ເທດສະບານເມືອງ ຄື Millsfield  ແລະ Dixville  Notch ຂຶ້ນກັບລັດ New Hampshire ຂອງ ອາເມລິກາ ແມ່ນບັນດາບຸກຄົນທຳອິດທີ່ໄປປ່ອນບັດໃນວັນເລືອກຕັ້ງ, ເລືອກຕັ້ງປະທານາທິບໍດີຄົນໃໝ່ ກໍຄື ສະພາສູງ ແລະ ສະພາຕ່ຳຂອງ ສະພາແຫ່ງຊາດ ແລະ ຜູ້ວ່າການລັດຕ່າງໆ.

        ໝາກຜົນຂອງການນັບບັບຢູ່ກັບບ່ອນ ສະແດງໃຫ້ເຫັນວ່າ ຢູ່ສະຖານທີ່ປ່ອນບັດໃນເທດສະບານເມືອງ Millsfield, ທ່ານປະທານາທິບໍດີຄົນປັດຈຸບັນ Donald Trump ໄດ້ຮັບບັດສະໜັບສະໜູນ 16 ບັດ, ໃນຂະນະທີ່ທ່ານ Joe Biden ໄດ້ຮັບພຽງ 5 ບັດເທົ່ານັ້ນ. ກ່ອນໜ້ານັ້ນ, ຢູ່ສະຖານທີ່ປ່ອນບັດ ເທດສະບານເມືອງ Dixville  Notch, ທ່ານ Joe Biden ໄດ້ຮັບ 5 ບັດ, ສ່ວນທ່ານ Donald Trump ບໍ່ໄດ້ຮັບຈັກບັດເລີຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top