• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ EU - ອາ​ຊຽນ ຍາມ​ໃດ​ກໍ່​ກຽມ​ພ້ອມ​ເພື່ອ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ

ທ່ານ Jens Rubbert ໄດ້ຕີລາຄາສູງບັນດາການກຳນົດທິດພັດທະນາເສດຖະກິດແບບຍືນຍົງຂອງ ຫວຽດນາມ ກໍ່ຄືໝາກຜົນພັດທະນາເສດຖະກິດໃນໄລຍະຈະມາເຖິງ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດສະພາດຳເນີນທຸລະກິດ EU - ອາຊຽນ (ພາບ: VGP)

ຕອນບ່າຍວັນທີ 27 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດສະພາດຳເນີນທຸລະກິດ EU - ອາຊຽນ ໂດຍທ່ານ Jens Rubbert ປະທານສະພາເປັນຫົວໜ້າຄະນະ.

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໃຫ້ຮູ້ວ່າ ເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ດຶງດູດການລົງທຶນຈາກຕ່າງປະເທດ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຍູ້ແຮງການສ້າງລະບອບລະບຽບການ, ກົດໝາຍໃຫ້ສຳເລັດຜົນ; ສຸມໃສ່ລົງທຶນພື້ນຖານໂຄງລ່າງ, ໃນນັ້ນມີບັນດາເສັ້ນທາງຄວາມໄວສູງ. ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາວິສາຫະກິດ EU ແລະ ອາຊຽນ ມີຄວາມສົນໃຈ, ໜູນຊ່ວຍກ່ຽວກັບວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ໃຫ້ແກ່ ຫວຽດນາມ.

ສ່ວນທ່ານ Jens Rubbert ໄດ້ຕີລາຄາສູງບັນດາການກຳນົດທິດພັດທະນາເສດຖະກິດແບບຍືນຍົງຂອງ ຫວຽດນາມ ກໍ່ຄືໝາກຜົນພັດທະນາເສດຖະກິດໃນໄລຍະຈະມາເຖິງ. ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດຢູ່ອາຊີ. ດັ່ງນັ້ນ, ບັນດາສະມາຊິກສະພາດຳເນີນທຸລະກິດ EU - ອາຊຽນ ຍາມໃດກໍ່ມີຄວາມໄວ້ເນື້ອເຊື່ອໃຈຢ່າງແຮງ, ກຽມພ້ອມໃຫ້ແກ່ການມາລົງທຶນ, ດຳເນີນທຸລະກິດ ແລະ ໜູນຊ່ວຍ ຫວຽດນາມ ໃນຫຼາຍຂົງເຂດ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ຂອງ​ໄຕ​ມາ​ດ​ທີ I/2026 ບັນ​ລຸ​ເກືອບ 16,7 ຕື້ USD

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ຂອງ​ໄຕ​ມາ​ດ​ທີ I/2026 ບັນ​ລຸ​ເກືອບ 16,7 ຕື້ USD

ໄລ່​ສະ​ເລ່ຍ 3 ເດືອນ​ຕົ້ນ​ປີ 2026, ວົງ​ເງິນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ​ບັນ​ລຸ 16,69 ຕື້ USD (ເພີ່ມ​ຂຶ້ນ 5,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025).

Top