ຂ່າວສານ
ບັນດາປະເທດ ອາຊຽນ ຮັບຮອງເອົາແຜນການກະທຳກ່ຽວກັບການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ
ຕາມກະຊວງພາຍໃນມາເລເຊຍແລ້ວ, ຂໍ້ຕົກລົງນີ້ ໄດ້ສ່ອງແສງຄຳໝັ້ນສັນຍາລວມ ຂອງ ອາຊຽນ ໃນການແກ້ໄຂບັນດາໄພນາບຂູ່ທີ່ນັບມື້ນັບສັບສົນຢ່າງທັນການ ແລະ ເພີ່ມທະວີກ່ວາການຮ່ວມມືໃນພາກພື້ນກ່ວາອີກ. ນອກນັ້ນ, ກອງປະຊຸມຍັງຮັບຮອງເອົາ ກຸ່ມປະຕິບັດງານຂອງ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ (SOMTC) ກ່ຽວກັບການປ້ອງກັນ, ຕ້ານການຟອກເງິນ ໂດຍແມ່ນພື້ນຖານໃໝ່ເພື່ອເພີ່ມທະວີບັນດາຄວາມມານະພະຍາຍາມຂອງພາກພື້ນໃນການແກ້ໄຂອາດຊະຍາກຳທາງການເງິນ. ແຈ້ງການຂອງກະຊວງພາຍໃນ ມາເລເຊຍ ຢັ້ງຢືນວິວັດການຮ່ວມມືໃນການຄຸ້ມຄອງເຂດຊາຍແດນຂອງອາຊຽນ ກໍ່ໄດ້ຮັບການຮັບຮອງເອົາ, ເພື່ອແນໃສ່ປັບປຸງການຮ່ວມມືລະຫວ່າງຂະແໜງກ່ຽວກັບບັນດາບັນຫາເຂົ້າເມືອງ ແລະ ຄຸ້ມຄອງເຂດຊາຍແດນ.
ຢູ່ກອງປະຊຸມ, ບັນດາປະເທດໄດ້ເຫັນດີເປັນເອກະພາບສະໜັບສະໜູນຂໍ້ລິເລີ່ມໂດຍຫວຽດນາມ ສະເໜີ ໃຫ້ຮັບຮອງເອົາ “ຖະແຫຼງການຂອງບັນດາການນຳ ອາຊຽນ ກ່ຽວກັບການຍົກສູງປະສິດທິຜົນໃນການຈັບ ອາດຊະຍາກຳທີ່ມີໝາຍຈັບ” ຢູ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47, ຄາດວ່າຈະດຳເນີນຢູ່ ມາເລເຊຍ ໃນເດືອນຕຸລາ 2025. ຖະແຫຼງການສຳຄັນຈຳນວນໜຶ່ງກໍ່ໄດ້ປະກາດ, ໃນນັ້ນມີຖະແຫຼງການ Melaka ກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດ ແລະ ບັນດາຖະແຫຼງການອາຊຽນ ກ່ຽວກັບການຕ້ານການຄ້າມະນຸດ, ກໍ່ຄືອາດຊະຍາກຳທາງອິນເຕີເນັດ ແລະ ສໍ້ໂກງທາງອອນໄລ, ບັນດາຄວາມມານະພະຍາຍາມຕ້ານການຟອກເງິນ, ເພີ່ມທະວີການຮ່ວມມືໃນການໄລ່ຈັບ ອາດຊະຍາກຳ ທີ່ໂຕນໜີ…