• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາມະຫາວິທະຍາໄລ ຫວຽດນາມ ພ້ອມແລ້ວທີ່ຈະຮັບເອົານັກສຶກສາຕ່າງປະເທດກັບຄືນມາຮ່ຳຮຽນ

      ຕອນບ່າຍວັນທີ 23 ກໍລະກົດ ຢູ່ຮ່າໂນ້ຍ, ປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ ຫວຽດນາມ ໄດ້ຈັດກອງປະຊຸມໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ: “ພ້ອມແລ້ວທີ່ຈະຮັບເອົານັກສຶກສາຕ່າງປະເທດກັບຄືນປະເທດມາຮ່ຳຮຽນ”. 
            ທີ່ກອງປະຊຸມໂອ້ລົມສົນທະນາ, ຜູ້ຕາງໜ້າບັນດາມະຫາວິທະຍາໄລ ລ້ວນແຕ່ໄດ້ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຮັບເອົາບັນດານັກສຶກສາຕ່າງປະເທດທີ່ມີຄວາມຕ້ອງການຮ່ຳຮຽນຢູ່ໂຮງຮຽນ ດ້ວຍຫລາຍຮູບການທີ່ແຕກຕ່າງກັນ.

ທີ່ກອງປະຊຸມໂອ້ລົມສົນທະນາ
      ຜູ້ຕາງໜ້າມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ແລະ ມະຫາວິທະຍາໄລການຄ້າຕ່າງປະເທດໃຫ້ຮູ້ວ່າ: ບັນດາມະຫາວິທະຍາໄລລ້ວນແຕ່ໄດ້ປະກາດຜ່ານເວັບໄຊຂອງໂຮງຮຽນກ່ຽວກັບເລື່ອງຮັບເອົານັກສຶກສາຕ່າງປະເທດກັບຄືນມາຮ່ຳຮຽນ, ພ້ອມທັງ ເປີດເຜີຍບັນດາຂໍ້ມູນກ່ຽວກັບຫຼັກສູດການຮຽນ. ປະຈຸບັນ, ບັນດາມະຫາວິທະຍາໄລລ້ວນແຕ່ມີບັນດາຫຼັກສູດການຮຽນເປັນພາສາຕ່າງປະເທດ, ຫຼັກສູດສາກົນ, ຫຼັກສູດການຮຽນແບບເຊື່ອມຕໍ່ກັບບັນດາມະຫາວິທະຍາໄລຢູ່ຫລາຍປະເທດໃນໂລກ ເພື່ອໃຫ້ນັກສຶກສາຕ່າງປະເທດສາມາດເລືອກເຟັ້ນ.
        ຕາມການສະຖິຕິຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລ້ວ, ປັດຈຸບັນ ບັນດາມະຫາວິທະຍາໄລໃນທົ່ວປະເທດ ຫວຽດນາມ ມີ 352 ຫຼັກສູດເຊື່ອມຕໍ່ການຮຽນກັບຕ່າງປະເທດ, ໃນນັ້ນ ລະດັບປະລິນຍາຕີມີ 195 ຫຼັກສູດ, ລະດັບປະລິນຍາໂທມີ 150 ຫຼັກສູດ ແລະ ລະດັບປະລິນຍາເອກມີ 7 ຫຼັກສູດ.
(ແຫຼ່ງຄັດຈາກ VOV)
 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top