• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາພາບແຕ້ມ ໂຄສະນາກ່ຽວກັບມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ນະຄອນຮ່າໂນ້ຍ

      ບັນດາຝາຜະໜັງທີ່ເປັນໝົກຕົກສີໃນຖະໜົນສາຍຕ່າງໆຂອງນະຄອນ ຮ່າໂນ້ຍ ໄດ້ປ່ຽນສົມໜ້າໃໝ່ ດ້ວຍບັນດາພາບແຕ້ມໂຄສະນາກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ  ແລະ ຂົນຂວາຍປຸກລະດົມ ພໍ່ແມ່ປະຊາຊົນທຸກຄົນເຂົ້າຮ່ວມບັ້ນຕໍ່ສູ້ ຕ້ານໂລກລະບາດໂຄວິດ - 19. 
ບັນດາພາບແຕ້ມ ໂຄສະນາກ່ຽວກັບມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
ຢູ່ນະຄອນຮ່າໂນ້ຍ (ພາບ: baovanhoa.vn)
      ນີ້ແມ່ນວິທີທີ່ນັກຈິດຕະກອນໜຸ່ມ ຫງວຽນແມ້ງກວາງ ພ້ອມດ້ວຍໝູ່ຮ່ວມອາຊີບ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ. ຝາຜະໜັງແຫ່ງຕ່າງໆ ໄດ້ແຕ້ມຮູບພາບກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ມາດຕະການປ້ອງກັນ 5 ປະການຂອງກະຊວງສາທາລະນະສຸກ, ຄຳສະແດງຄວາມຮູ້ບຸນຄຸນ, ຄຳຂອບອົກຂອບໃຈ ຕໍ່ກຳລັງປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດຢູ່ແນວໜ້າ. ນັກຈິດຕະກອນໜຸ່ມ ຫງວຽນແມ້ງກວາງ ແບ່ງປັນວ່າ:
            “ກ່ອນນີ້, ຂ້າພະເຈົ້າມັກໄປລະດົມຂອງກິນສະບຽງອາຫານ, ເຄື່ອງນຸ່ງຫົ່ມ ເພື່ອສົ່ງໄປໃຫ້ເດັກໆຢູ່ເຂດຫ່າງໄກສອກຫຼີກ. ແຕ່ຂ້າພະເຈົ້າຢາກເຮັດອັນໃດອັນໜຶ່ງທີ່ມີຄວາມໝາຍກວ່າ ແລະ ຍາວນານກວ່າ ສະນັ້ນ, ຂ້າພະເຈົ້າຈຶ່ງມີແນວຄວາມຄິດແຕ້ມພາບໃສ່ຝາຜະໜັງ. ຖ້າຫາກວ່າ ຂ້າພະເຈົ້າປະຕິບັດສຳເລັດຢູ່ 12 ເມືອງຢູ່ ນະຄອນ ຮ່າໂນ້ຍ, ກິດຈະກຳນີ້ ຈະແຜ່ກະຈາຍອອກສູ່ທຸກແຖບຖິ່ນໃນທົ່ວປະເທດ”.
ດ້ວຍຮູບແບບໂຄສະນາທີ່ພິເສດນີ້, ກຸ່ມນັກຈິດຕະກອນໜຸ່ມ ເຊື່ອໝັ້ນວ່າ ປະຊາຊົນທຸກຄົນ ຈະມີຄວາມຮັບຮູ້ໄດ້ເຖິງຄວາມຮັບຜິດຊອບຂອງຕົນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top