• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາພັກການເມືອງສາກົນຮ່ວມມືດ້ານຄວາມໝັ້ນຄົງໃນໄລຍະເກີດໂລກລະບາດໂຄວິດ-19

ບັນດາຜູ້ແທນໄດ້ຢັ້ງຢືນເລື່ອງ ລັດຖະບານໃຫ້ບຸລິມະສິດຕໍ່ຄວາມປອດໄພ  ແລະ ສຸຂະພາບຂອງປະຊາຊົນ ເຊິ່ງໄດ້ຮັບຖືວ່າແມ່ນປັດໃຈສຳຄັນ.


ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ

(ພາບ: TTXVN)


ວັນທີ 17 ກໍລະກົດ, ໄດ້ດຳເນີນກອງປະຊຸມໂຕະມົນພັກການເມືອງສາກົນຂຶ້ນທາງອອນລາຍ ດ້ວຍຫົວຂໍ້ວ່າ “ຮ່ວມມືດ້ານຄວາມໝັ້ນຄົງໃນໄລຍະເກີດໂລກລະບາດໂຄວິດ-19” ໂດຍທ່ານ Dmitry Anatolyevich Medvedev, ປະທານພັກປະເທດລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງແຫ່ງຊາດສະຫະພັນລັດເຊຍ ເປັນປະທານ. ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມພ້ອມກັບຜູ້ຕາງໜ້າການນຳບັນດາພັກກຳອຳນາດ ແລະ ພັກການເມືອງຂອງບາງປະເທດຄື: ຈີນ, ຍີ່ປຸ່ນ, ເຢຍລະມັນ, ໄຊປປັຼດ, ກາຊັກສະຖານ, ຕວກກີ, ຢູແກຼນ, ເຊ້ເບຍ, ແອັດສະປາຍ.

        ບັນດາຜູ້ແທນໄດ້ຢັ້ງຢືນເລື່ອງ ລັດຖະບານໃຫ້ບຸລິມະສິດຕໍ່ຄວາມປອດໄພ  ແລະ ສຸຂະພາບຂອງປະຊາຊົນ ເຊິ່ງໄດ້ຮັບຖືວ່າແມ່ນປັດໃຈສຳຄັນ; ພ້ອມທັງຮຽກຮ້ອງໃຫ້ບັນດາພັກ, ບັນດາປະເທດເພີ່ມທະວີການຮ່ວມມືກັນ, ປະຕິບັດບັນດາຂໍ້ຕົກລົງສາກົນກ່ຽວກັບການຫ້າມພັດທະນາ ແລະ ນຳໃຊ້ອາວຸດຊີວະຢ່າງເຂັ້ມງວດ; ມານະພະຍາຍາມຄົ້ນຄວ້າ, ຜະລິດ, ແບ່ງປັນຢາປິ່ນປົວສະເພາະ ແລະ ວັກຊິນກັນພະຍາດ.

        ຜູ້ຕາງໜ້າຫວຽດນາມ, ທ່ານຮ່ວາງບິ່ງກວນ ໄດ້ຍົກອອກບັນດາຂໍ້ສະເໜີເພີ່ມທະວີການສົມທົບກັນດ້ານນະໂຍບາຍ, ແບ່ງປັນຂໍ້ມູນຂ່າວສານບົດຮຽນ, ໝາກຜົນການຄົ້ນຄວ້າຢ່າງທັນການ, ເປັນປະຈຳ; ບໍ່ຈຳແນກການປະພຶດບົນຈິດໃຈມະນຸດສະທຳ, ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງຂອງບັນດາປະເທດພວມຢູ່ໃນເຂດຖືກຜົນສະທ້ອນຈາກເຊື້ອໂຄວິດ-19 ໄດ້ຮັບຂໍ້ມູນຂ່າວຢ່າງຄົບຖ້ວນ, ໄດ້ຮັບການປິ່ວປົນພະຍາດຖ້າຫາກຕິດແປດ; ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍ, ປະຊາຊົນບັນດາປະເທດໃນການຮັບມືກັບບັນດາໄພນາບຂູ່ດ້ານຄວາມໝັ້ນຄົງແບບໃໝ່; ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງສາກົນ…

        ກອງປະຊຸມໄດ້ຕີລາຄາສູງຕໍ່ໝາກຜົນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ ກໍຄືທັດສະນະຂອງພັກ ແລະ ລັດຖະບານຫວຽດນາມ ໃນເລື່ອງຖືປະຊາຊົນແມ່ນບຸລິມະສິດອັນດັບໜຶ່ງ, ພ້ອມທັງຮັບຮູ້ບັນດາຂໍ້ສະເໜີຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top