• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດອາຊຽນ ຊອກວິທີເພີ່ມລະບົບສະໜອງຫຼັງ ໂລກລະບາດໂຄວິດ-19

ກອງປະຊຸມວົງແຄບ ລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 28 (AEM) ໄດ້ດຳເນີນຕາມຮູບແບບທາງໄກ, ແຕ່ວັນທີ 16-17 ມີນາ ໃນນັ້ນເລີ່ມເຈລະຈາກຍົກລະດັບສັນຍາການຄ້າສິນຄ້າ ອາຊຽນ (ATIGA).
  ກອງປະຊຸມຖືກຈັດຂຶ້ນແບບທາງໄກ (ພາບ: ຄະນະເລຂາ ອາຊຽນ)  

ເມື່ອເນັ້ນໜັກເຖິງຄວາມຈຳເປັນຂອງອາຊຽນເພື່ອເລັ່ງຟື້ນຟູເສດຖະກິດພາຍຫຼັງໂລກລະບາດທົ່ວໂລກ, ກອງປະຊຸມໄດ້ເລີ່ມດຳເນີນການເຈລະຈາເພື່ອຍົກລະດັບສັນຍາການຄ້າ ສິນຄ້າອາຊຽນ (ATIGA) ທີ່ບັນດາປະເທດສະມາຊິກໄດ້ປະຕິບັດມາແຕ່ປີ 2010.

ບັນດາລັດຖະມົນຕີຂອງພາກພື້ນໄດ້ເຫັນດີກັນເປັນເອກະພາບວ່າ, ໃນສະພາບການພາກພື້ນກຳລັງຢູ່ໃນຂັ້ນຕອນຟື້ນຟູພາຍຫຼັງໂລກລະບາດ ໂຄວິດ-19 ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ການເລີ່ມເຈລະຈາເພື່ອຍົກລະດັບ ATIGA ແມ່ນສຳຄັນທີ່ສຸດ, ເພື່ອຮັບປະກັນກົນໄກ ອາຊຽນ ຍັງຄົງເໝາະສົມ, ທັນສະໄຫມ, ມຸ່ງໄປສູ່ອະນາຄົດ.

ກອງປະຊຸມຍັງໄດ້ຮັບຮອງເອົາ 19 ເນື້ອໃນບຸລິມະສິດດ້ານເສດຖະກິດຂອງປະເທດປະທານອາຊຽນ ກຳປູເຈຍ ໃນປີ 2022, ຕາມ 4 ແຮງຍູ້ດັນຍຸດທະສາດລວມມີ: ເພີ່ມທະວີການເຊື່ອມຕໍ່ດ້ານດິຈິຕອນ, ວິທະຍາສາດ ແລະ ເຕັກໂນໂລຊີ; ຫຼຸດຜ່ອນໄລຍະຫ່າງການພັດທະນາກ່ຽວກັບກຳລັງຄວາມສາມາດແກ່ງແຍງຂອງອາຊຽນ ແລະ ກໍ່ສ້າງອາຊຽນ ໃຫ້ຮອບດ້ານ, ຍືນຍົງ ແລະ ມີການແຂ່ງຂັນ, ເຕີບໂຕ ແລະ ພັດທະນາຂອງອາຊຽນເຊື່ອມໂຍງ.


(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top