• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ້ອງຖິ່ນຮັບປະກັນຄວາມຄືບໜ້າຂອງວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ

      ແຂວງ ເງະອານ ແລະ ແຂວງ ເທື່ອທຽນເຫວ້ ໄດ້ຜັນຂະຫຍາຍວຽກງານເລືອກຕັ້ງຢ່າງຕັ້ງໜ້າ, ເຂັ້ມງວດ ແລະ ຮັບປະກັນຕາມຄວາມຄືບໜ້າກໍຄືຂໍ້ກຳນົດທີ່ໄດ້ວາງອອກ. 
ທ່ານນາງປະທານສະພາແຫ່ງຊາດ ຫວຽດານມ ຫງວຽນທິກິມເງິນເປັນປະທານກອງປະຊຸມຂອງສະພາເລືອກຕັ້ງແຫ່ງຊາດ (ພາບ: VGP)
      ຕາມແຜນການແລ້ວ, ວັນທີ 28 ເມສາ, ຫວຽດນາມ ຈະປະກາດບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງຢ່າງເປັນທາງການ ແລະ ວັນທີ 23 ພຶດສະພາ ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026. ໂດຍໄດ້ຢັ້ງຢືນວ່າ ວຽກງານດັ່ງກ່າວ ແມ່ນໜ້າທີ່ການເມືອງຈຸດສຸມຂອງທັງອົງຄະນະພັກ ແລະ ປະຊາຊົນໃນປີ 2021, ໄລ່ມາຮອດປັດຈຸບັນ, ແຂວງ ເງະອານ ແລະ ແຂວງ ເທື່ອທຽນເຫວ້ ໄດ້ຜັນຂະຫຍາຍວຽກງານເລືອກຕັ້ງຢ່າງຕັ້ງໜ້າ, ເຂັ້ມງວດ ແລະ ຮັບປະກັນຕາມຄວາມຄືບໜ້າກໍຄືຂໍ້ກຳນົດທີ່ໄດ້ວາງອອກ. ໄລ່ມາຮອດປັດຈຸບັນ, ນັບແຕ່ຂັ້ນແຂວງລົງຮອດຂັ້ນຕາແສງ ລ້ວນແຕ່ຈັດຕັ້ງສຳເລັດກອງປະຊຸມເຈລະຈາຄັ້ງທີ 1, ຮັບປະກັນຈຳນວນພາກສ່ວນຖືກຕ້ອງຕາມຂໍ້ກຳນົດ.  ບັນດາອົງການຈັດຕັ້ງ, ຫົວໜ່ວຍຕ່າງໆໃນບໍລິເວນແຂວງ ໄດ້ດຳເນີນຂັ້ນຕອນແນະນຳຜູ້ສະໝັກເລືອກຕັ້ງ ຮັບປະກັນມີຄຸນນະທາດ, ຄຸນສົມບັດ, ຄວາມເກັ່ງກ້າສາມາດ, ສົມເປັນຕົວແທນໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເພື່ອເຂົ້າຮ່ວມການສະໝັກເລືອກຕັ້ງ.
            ເພື່ອໃຫ້ມີຄວາມເຂົ້າໃຈຢ່າງຈະແຈ້ງ ແລະ ຕັ້ງໜ້າເຂົ້າຮ່ວມວຽກງານກະກຽມໃຫ້ແກ່ການເລືອກຕັ້ງ, ວັນທີ 3 ມີນາ, ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໄດ້ຈັດຕັ້ງພິທີປຸກລະດົມການແຂ່ງຂັນພິເສດ ດ້ວຍຫົວຂໍ້ “ສາມັກຄີ, ປະດິດຄິດສ້າງ, ແຂ່ງຂັນກັນປະຕິບັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026”.
(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top