• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ້ອງຖິ່ນຢູ່ຫວຽດນາມເພີ່ມທະວີການປ້ອງກັນ ຄວບຄຸມເຊື້ອພະຍາດ Covid 19

      ແຂວງ ກວ໋າງຈິ: ປ້ອງກັນ ແລະຄວບຄຸມລຽບຕາມເສັ້ນຊາຍແດນ
ແຂວງ ກວ໋າງຈິ ມີເສັ້ນຊາຍແດນຕິດຈອດກັບປະເທດເພື່ອນບ້ານ ລາວ ມີລວງຍາວເກືອບ 180 ກິໂລແມັດ ດ້ວຍ 2 ດ່ານຊາຍແດນສາກົນ ແລະດ່ານຊາຍແດນສຳຮອງຫລາຍດ່ານ. ທ່ານໝໍ ຫງວຽນເກື່ອງ ຮອງຫົວຫນ້າ ສູນກວດກາຄວບຄຸມໂລກພະຍາດ ແຂວງ ກວ໋າງຈິ ໃຫ້ຮູ້ວ່າ: ທາງແຂວງ ກໍ່ໄດ້ສ້າງຕັ້ງບັນດາບ່ອນແຍກຕົວຢູ່ບັນດາດ່ານຊາຍແດນ ເມື່ອກວດພົບຜູ້ສົງໄສຕິດເຊື້ອ Covid 19.

(ພາບປະກອບ: VGP)
      “ພວກຂ້າພະເຈົ້າ ສົມທົບກັບບັນດາກຳລັງມີຫນ້າທີ່ຮັບຜິດຊອບຢູ່ ດ່ານຊາຍແດນ ເພື່ອຕິດຕາມກວດກາຜູ້ໂດຍສານທຸກຄົນກ່ອນທີ່ເຂົ້າເມືອງ ເປັນຕົ້ນແມ່ນຜູ້ທີ່ຖືກສົງໄສວ່າເດີນທາງມາຈາກເຂດເກີດໂລກລະບາດ
ນອກນັ້ນ ແຂວງ ກວ໋າງຈິ ກໍ່ໄດ້ອັດປະຕູດ່ານຊາຍແດນສຳຮອງຈຳນວນຫນຶ່ງ, ເພີ່ມທະວີການກວດກາຄົນໄປມາຕາມຊາຍແດນ, ຈັດຕັ້ງການໂຄສະນາ, ແຈກຢາຍຜ້າອັດປາກ ແລະ ສະບູລ້າງມື ໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍຢູ່ລຽບຕາມຊາຍແດນ ພ້ອມທັງແນະນຳໃຫ້ພໍ່ແມ່ພີ່ນ້ອງວິທີປ້ອງກັນຄວບຄຸມເຊື້ອພະຍາດ.
ກວ໋າງນີງ: ປ້ອງກັນ ແລະຄວບຄຸມເຊື້ອພະຍາດ Covid 19 ດ້ວຍຈິດໃຈສູງສຸດ
ທ້ອງຖິ່ນຕ່າງໆຢູ່ ແຂວງກວ໋າງນີງ ພວມສືບຕໍ່ຜັນຂະຫຍາຍບັນດາວິທີການ ແລະມາດຕະການຮີບດ່ວນເພື່ອປ້ອງກັນ ຄວບຄຸມເຊື້ອພະຍາດ Covid 19 ຢູ່ໃນລະດັບສູງສຸດ. ທ່ານ ຫງວຽນຈ້ອງຢຽນ ຫົວຫນ້າພະແນກສາທາລະນະສຸກ ແຂວງໃຫ້ຮູ້ວ່າ:
ປະຈຸບັນພວກຂ້າພະເຈົ້າປະຕິບັດບັນດາການກຳນົດ, ການແນະນຳຈາກກະຊວງສາທາລະນະສຸກຢ່າງເຂັ້ມງວດ ນັ້ນແມ່ນ ຕິດຕາມກວດກາ, ແຍກຕົວຊົ່ວຄາວ ແລະເອົາຕົວຢ່າງໄປວິໄຈ. ທາງແຂວງກໍ່ໄດ້ລົງທຶນກະກຽມອຸປະກອນການແພດເພື່ອປິ່ນປົວໃຫ້ຄົນເຈັບ. ນອກນັ້ນ ສົມທົບກັບບັນດາທ້ອງຖິ່ນ ກວດກາ ກຳແຫນ້ນຂໍ້ມູນຂ່າວກ່ຽວກັບພົນລະເມືອງ ໄປແລະມາຈາກເຂດເກີດໂລກລະບາດເພື່ອສົມທົບກັບຂະແຫນງສາທາລະນະສຸກ, ຂະແຫນງທ່ອງທ່ຽວ ວາງບັນດາມາດຕະການແຍກຕົວ.
ນະຄອນໂຮ່ຈີມິນ ແຍກຕົວ ຜູ້ທີ່ເດີນທາງມາຈາກ ອີຣານ ແລະ ອີຕາລີ
ພະແນກສາທາລະນະສຸກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ນອກຈາກແຍກຕົວ ຊາວ ສເກົາຫລີ ແລະ ຜູ້ທີ່ເດີນທາງຜ່ານເຂດເກີດໂລກລະບາດຂອງ ສເກົາຫລີ ແລ້ວ, ນັບແຕ່ເວລາ 0 ໂມງຂອງ ວັນທີ 1 ມີນາ ນະຄອນ ຈະປະຕິບັດການແຍກຕົວຜູ້ທີ່ເດີນທາງມາຈາກ ອີຣານ ແລະອີຕາລີ. ຢູ່ ສະຫນາມບິນ ເຕີນເຊີນເຍີດ ແຕ່ວັນທີ 23- 27 ກຸມພາ ມີ 4.674 ຄົນ ເດີນທາງມາຈາກ ສເກົາຫລີ, ໃນນັ້ນ 50%ແມ່ນ ຊາວ ສເກົາຫລີ, ປະມານ 1.800 ຄົນ ແມ່ນຊາວຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top