• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຕົວເລກດັດຊະນີສ່ວນຫຼາຍເປັນການສະແດງໃຫ້ເຫັນຄວາມສາມາດໃນການຟື້ນຟູຂອງຫວຽດນາມ

ໃນເດືອນສິງຫາ ຜ່ານມາ, ເສດຖະກິດຫວຽດນາມ ສືບຕໍ່ໄດ້ຮັບການເຕີບໂຕ. ການສົ່ງອອກມີສະຖຽນລະພາບ ແລະ ເຕີບໂຕ 1,42% ໃນແຕ່ລະເດືອນ.

(ພາບປະກອບ: nhandan.com.vn)

ບັນດາຕົວເລກດັດຊະນີເສດຖະກິດແລະການເງິນສ່ວນຫຼາຍສືບຕໍ່ເປັນການສະແດງໃຫ້ເຫັນຄວາມສາມາດໃນການຟື້ນຟູຂອງຫວຽດນາມ. ນີ້ແມ່ນການຕີລາຄາເຊິ່ງທະນາຄານໂລກ (WB) ຍົກອອກມາໃນບົດລາຍງານ “ອັບເດດສະພາບການເສດຖະກິດມະຫາພາກຂອງຫວຽດນາມ ໃນເດືອນກັນຍາ 2020” ຫວ່າງມໍ່ໆມານີ້.

          ບົດລາຍງານໃຫ້ຮູ້ວ່າ, ໃນເດືອນສິງຫາ ຜ່ານມາ, ເສດຖະກິດຫວຽດນາມ ສືບຕໍ່ໄດ້ຮັບການເຕີບໂຕ. ການສົ່ງອອກມີສະຖຽນລະພາບ ແລະ ເຕີບໂຕ 1,42% ໃນແຕ່ລະເດືອນ. ໃນໄລຍະ 8 ເດືອນຂອງປີ 2020, ຫວຽດນາມ ໄດ້ຮັບທຶນ FDI ແມ່ນ 19,5 ຕື້ USD, ຫຼຸດລົງ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໄພເງິນເຟີ້ສືບຕໍ່ຫຼຸດລົງໃນເດືອນສິງຫາ, ຢູ່ລະດັບ 3,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ສິ່ງທີ່ໜ້າສົນໃຈແມ່ນ, ໄລ່ຮອດທ້າຍເດືອນ ສິງຫາ 2020, ການສະສົມເງິນຕາຕ່າງປະເທດຂອງທະນາຄານແຫ່ງລັດຫວຽດນາມ ແມ່ນ 92 ຕື້ USD, ເພີ່ມຂຶ້ນເມື່ອທຽບໃສ່ລະດັບ 80 ຕື້ USD ໃນທ້າຍເດືອນ ທັນວາ 2019. ເຖິງຢ່າງໃດກໍ່ຕາມ, ລະດັບເຕີບໂຕດັ່ງກ່າວບໍ່ສູງຄືໄລຍະດຽວກັນຂອງປີ 2019, ແຕ່ມັນໄດ້ເປັນສິ່ງພິສູດໃຫ້ເຫັນຄວາມສາມາດໃນການດຟື້ນຟູຂອງພື້ນຖານເສດຖະກິດຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ນະ​ຄອນ​ເກິ່ນ​ເທີ​ຕ້ອງ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ຈາກ​ການ​ຮັບ​ໃຊ້​ມາ​ເປັນ​ການ​ສ້າງສັນ​ໃຫ້​ການ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ນະ​ຄອນ​ເກິ່ນ​ເທີ​ຕ້ອງ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ຈາກ​ການ​ຮັບ​ໃຊ້​ມາ​ເປັນ​ການ​ສ້າງສັນ​ໃຫ້​ການ​ພັດ​ທະ​ນາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ສະ​ເໜີ​ທາງ​ນະ​ຄອນ ຕ້ອງ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ຈາ​ກ​ການ​ຮັບ​ໃຊ້​ມາ​ເປັນ​ການ​ສ້າງ​ສັນພັດ​ທະ​ນາ, ເປັນ​ເຈົ້າ​ການ​ສະ​ເໜີ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະເພື່ອ​ໃຫ້​ທ້ອງ​ຖິ່ນ​ບຸກ​ທະ​ລຸ​ດ້ວຍ​ຕົນ​ເອງໂດຍ​ອີງ​ຕາມ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ທີ່​ມີ​ຢູ່​ແລ້ວ

Top