• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຍາກາດຟົດຟື້ນຂອງການຜະລິດຍາມຕົ້ນປີໃໝ່

      ຕອນເຊົ້າວັນທີ 07 ກຸມພາ (ກົງກັບວັນທີ 3 ບຸນເຕັດຕາມຈັນທະປະຕິທິນ), ຢູ່ເທດສະບານເມືອງ ໂຟອຽນ, ແຂວງ ທ໊າຍງວຽນ, ໄດ້ຈັດພິທີລົງທົ່ງນາໃນລະດູບານໃໝ່ປີໃໝ່ປີກຸນ 2019 ດ້ວຍຫົວຂໍ້ວ່າ ກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”.

ພິທີລົງທົ່ງນາໃນລະດູບານໃໝ່ປີໃໝ່ປີກຸນ 2019
(ພາບ: TTXVN)
      ນີ້ແມ່ນງານບຸນລະດູບານໃໝ່ທຳອິດ, ເປີດສາກໃຫ້ແກ່ຄວາມມຸ່ງມາດປາດຖະໜາວ່າ ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ການຜະລິດກະສິກຳໃນປີໄດ້ຮັບຜົນດີ.
        ງານບຸນກໍ່ປະກອບສ່ວນສຳຄັນເຂົ້າໃນການຍູ້ແຮງຂະແໜງການແຂ່ງຂັນຜະລິດ, ກໍ່ສ້າງຊົນນະບົດໃໝ່, ລະດົມກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນຕັ້ງໜ້າແຂ່ງຂັນອອກແຮງງານ, ທຳການຜະລິດ, ຍູ້ແຮງວິວັດທະນາການຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄໝໂດຍໄວ.
        ໃນຂະນະນັ້ນ, ໃນຊຸມມື້ຍາມຕົ້ນລະດູບານໃໝ່, ຊາວປະມົງຢູ່ນະຄອນດ່ານັ້ງ ກໍ່ເລີ່ມອອກສູ່ທະເລ ດ້ວຍຄວາມຫວັງໃນປີຈະຫາປາໄດ້ຢ່າງຫຼວງຫຼາຍ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top