• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວວັດທະນະທຳສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຈັດຂຶ້ນຢ່າງຟົດຟື້ນ

ວັນທີ 6 ຕຸລາ, ຫໍສະໝຸດ ຮ່າໂນ້ຍ ໄດ້ໄຂງານວາງສະແດງປື້ມດ້ວຍຫົວຂໍ້ “ລຸງໂຮ່ ກັບນະຄອນຫຼວງ ຮ່າໂນ້ຍ”. ທີ່ຫໍພິພິທະພັນ ຮ່າໂນ້ຍ ກໍ່ໄດ້ວາງສະແດງ “ແບບແຜນການດຳລົງຊີວິດໄດ້ວາດພາບໃນເມືອກ່ອນ”.

ວັນທີ 6 ຕຸລາ, ຫໍສະໝຸດ ຮ່າໂນ້ຍ ໄດ້ໄຂງານວາງສະແດງປື້ມດ້ວຍຫົວຂໍ້ “ລຸງໂຮ່ ກັບນະຄອນຫຼວງ ຮ່າໂນ້ຍ”. ທີ່ຫໍພິພິທະພັນ ຮ່າໂນ້ຍ ກໍ່ໄດ້ວາງສະແດງ “ແບບແຜນການດຳລົງຊີວິດໄດ້ວາດພາບໃນເມືອກ່ອນ”.

    

ພາບປະກອບຈາກ hanoimoi.com.vn

ເພື່ອສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10/10/1954 – 10/10/2022), ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮ່າໂນ້ຍ ໄດ້ຜັນຂະຫຍາຍການເຄື່ອນໄຫວວັດທະນະທຳສະແດງສິລະປະຫຼາຍລາຍການທີ່ດຶງດູດໃຈຢູ່ສະຖານທີ່ມໍລະດົກ, ພົວພັນແລກປ່ຽນວັດທະນະທຳແຫ່ງຕ່າງໆ, ເພື່ອແນໃສ່ຮັບໃຊ້ມະຫາຊົນນະຄອນຫຼວງ ແລະ ແຂກທ່ອງທ່ຽວ.

        ວັນທີ 6 ຕຸລາ, ຫໍສະໝຸດ ຮ່າໂນ້ຍ ໄດ້ໄຂງານວາງສະແດງປື້ມດ້ວຍຫົວຂໍ້ “ລຸງໂຮ່ ກັບນະຄອນຫຼວງ ຮ່າໂນ້ຍ”. ທີ່ຫໍພິພິທະພັນ ຮ່າໂນ້ຍ ກໍ່ໄດ້ວາງສະແດງ “ແບບແຜນການດຳລົງຊີວິດໄດ້ວາດພາບໃນເມືອກ່ອນ” ທີ່ເຕື້ອງເຖິງຊີວິດການເປັນຢູ່ຂອງບັນດາຄອບຄົວຮັ່ງມີຢູ່ເຂດຕົວເມືອງດ້ວຍວັດຖຸພັນທີ່ອຸດົມສົມບູນ ແລະ ບັນດາເອກະສານໄວ້ສະສົມໄດ້ຢູ່ພາຍໃນ ແລະ ຕ່າງປະເທດ, ຊ່ວຍໃຫ້ມະຫາຊົນເຂົ້າໃຈແຈ້ງກ່ວາກ່ຽວກັບຊີວິດການເປັນຢູ່ໃນໄລຍະເຄິ່ງຕົ້ນສະຕະວັດ XX. ແລະກໍ່ຢູ່ຫໍພິພິທະພັນ ຮ່າໂນ້ຍ, ວັນທີ 7 ຕຸລາ, ກໍ່ຈະວາງຈັດງານສະແດງພາບສີຂັດມັນພື້ນເມືອງ ຫວຽດນາມ ດ້ວຍຫົວຂໍ້ “ເສັ້ນທາງ”, ມີພາບແຕ້ມທີ່ເປັນມູນເຊື້ອຂອງຊາດໝັ້ນໝາຍວ່າຈະນຳມາເຊິ່ງແງ່ມູມທີ່ດຶງດູດໃຈ, ເຕັມໄປດ້ວຍຫົວຄິດປະດິດສ້າງ.

        ໃນວັນທີ 8 ຕຸລາ, ຢູ່ສູນວັດທະນະທຳ ຮ່າໂນ້ຍ ຈະເປີດງານວາງສະແດງ “ລຸງໂຮ່ ກັບນະຄອນຫຼວງ ຮ່າໂນ້ຍ”. ຢູ່ເຂດປູຊະນີຍະສະຖານ ວັນມ໊ຽວ - ກວັກຕື້ຢ້າມ (ເຊິ່ງເປັນມະຫາວິທະຍາໄລແຫ່ງທຳອິດຢູ່ ຫວຽດນາມ) ໄດ້ເລີ່ມເຄື່ອນໄຫວງານວາງສະແດງ “ແຜ່ນສີລາເລົ່າເລື່ອງ” ເພື່ອແນໃສ່ຊີ້ແຈ້ງບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ ແລະ ສິລະປະຂອງແຜ່ນສີລາປະລິຍາເອກ 82 ແຜ່ນ ຢູ່ ວັນມ໊ຽວ - ກວັກຕື້ຢ້າມ. ກ່ອນໜ້ານັ້ນ, ຢູ່ເຂດປູຊະນີຍະສະຖານແຫ່ງນີ້, ກໍ່ໄດ້ຈັດງານວາງສະແດງພາບຖ່າຍ ຮ່າໂນ້ຍ ໃນຕົວຂ້ອຍ 2022 ດ້ວຍຫົວຂໍ້ “ສີສັນວັດທະນະທຳນະຄອນຫຼວງ”.

(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top