• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວຟົດຟື້ນຂອງໄວໜຸ່ມກອງທັບ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ຈະດຳເນີນໃນໄລຍະມໍ່ໆມານີ້

      ໃນໄຕມາດທີ 3 ປີ 2017, ຄະນະຊາວໜຸ່ມກອງທັບ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ຈັດຕັ້ງບັນດາການເຄື່ອນໄຫວຂອງໄວໜຸ່ມກອງທັບໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ແລະ ປີມິດຕະພາບ ຫວຽດນາມ - ກ ຳປູເຈຍ, ກຳປູເຈຍ - ຫວຽດນາມ 2017

 ບັນດາການເຄື່ອນໄຫວຟົດຟື້ນຂອງໄວໜຸ່ມກອງທັບ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ
ຈະດຳເນີນໃນໄລຍະມໍ່ໆມານີ້ (ພາບອິນເຕີແນັດ)
            ບັນດາການເຄື່ອນໄຫວດຳເນີນໃນໂອກາດ 2 ປະເທດ ຫວຽດນາມ - ລາວ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017); 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື (18/07/1977 – 18/07/2017); 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳ ປູເຈຍ (24/06/1967 – 24/06/2017). ໃນນັ້ນ, ບັນດາການເຄື່ອນໄຫວຈຸດສຸມໄດ້ຮັບການຜັນຂະຫຍາຍແມ່ນ: ລາຍການຈູດທຽນອາໄລຫາ “ນັກຮົບເສຍສະຫຼະຊີວິດ” ຈັດຕັ້ງໃນວັນທີ 15 ກໍລະກົດ ຢູ່ແຂວງ ເຫງະອ່ານ; ລາຍການຊາວໜຸ່ມກອງທັບ ຫວຽດນາມ - ລາວ “ສາຍພູຫລວງຮ່ວມ ໄມຕິຈິດຖານສະຫາຍ” ດຳເນີນຢູ່ແຂວງ ດຽນບຽນ ວັນທີ 18 ກໍລະກົດ; ລາຍການຊາວໜຸ່ມກອງທັບ ຫວຽດນາມ - ກຳປູເຈຍ “ສາຍແມ່ນ້ຳຂອງໄມຕິຈິດຄວາມຮັກແພງ” ຢູ່ນະຄອນ ໂຮ່ຈີມິນ ວັນທີ 16 ສິງຫາ…; ການພົບປະສັງສັນ, ແລກປ່ຽນລະຫວ່າງອະດີດນັກຮົບ, ທະຫານອາສາສະໝັກ ຫວຽດນາມ ເຄີຍສູ້ຮົບ, ປະຕິບັດງານຢູ່ ລາວ, ກຳປູເຈຍ ກັບ ລຸ້ນໜຸ່ມ…ບັນດາການເຄື່ອນໄຫວນີ້ ແນໃສ່ຍົກສູງຄວາມຮັບຜິດຊອບຂອງໄວໜຸ່ມ 3 ປະເທດ ໃນການຮັກສາ, ເພີ່ມພູນຄູນສ້າງໃຫ້ບັນດາສາຍພົວພັນ, ເພື່ອການພັດທະນາສີວິໄລຂອງແຕ່ລະປະເທດ; ໂຄສະນາ, ແນະນຳພາບພົດປະເທດ, ຊາວ ຫວຽດນາມ, ວັດທະນະທຳ, ຄວາມສາມາດບົ່ມຊ້ອນການພັດທະນາຂອງ ຫວຽດນາມ ຕໍ່ປະຊາຊົນ ລາວ, ກຳປູເຈຍ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top