ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ນະຄອນ ໂຮ່ຈີມິນ ມີຂອບຂະໜາດໃຫຍ່ທີ່ສຸດໃນທົ່ວປະເທດ ດ້ວຍທ່າແຮງຫຼາຍຢ່າງ. ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕກວ່າ 10%, ລະດັບການເຕີບໂຕ 6 ເດືອນຕົ້ນປີ 2026 ຂອງ ນະຄອນ ກໍຕ້ອງບັນລຸໄດ້ຢ່າງໜ້ອຍສຸດແມ່ນກວ່າ 10%. ດັ່ງນັ້ນ, ທ່ານປະທານສະພາແຫ່ງຊາດສະເໜີໃຫ້ ນະຄອນ ເອົາໃຈໃສ່ເຖິງບາງເນື້ອໃນ, ມາດຕະການຈຸດສຸມ, ຍູ້ແຮງການປ່ອຍເງິນລົງທຶນພາກລັດ, ສຸມໃສ່ບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມ, ບັນດາກິດຈະກຳຈຸດສຸມເພື່ອເອົາການລົງທຶນພາກລັດ ນຳພາການລົງທຶນສັງຄົມ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໃສ່ເນື້ອໃນດັ່ງນີ້:
“ຄະນະປະຈຳຄະນະພັກນະຄອນ ໄດ້ໃຫ້ຄວາມເອົາໃຈໃສ່ເຖິງການຊີ້ນຳ, ນຳພາ, ສືບຕໍ່ເຊື່ອມຊຶມຢ່າງເລິກເຊິ່ງ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງແທ້ຈິງ ຄືດັ່ງຄຳຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ. ຮີບເຮັ່ງປະຕິບັດສຳເລັດໂຄງການດຳເນີນງານຢູ່ບັນດາຫົວໜ່ວຍທີ່ຍັງເຫຼືອ. ຕ້ອງຄົ້ນຄວ້າ, ສຳຫຼວດກວດຄືນຮ່າງໂຄງການດຳເນີນງານກ່ອນປະກາດໃຊ້; ໃນນັ້ນ ເອົາໃຈໃສ່ເຖິງການແບ່ງແຍກລະຫວ່າງ “ເປົ້າໝາຍຂອງສະໄໝ” ແລະ “ວິໄສທັດພາຍຫຼັງສະໄໝ” ຢ່າງຈະແຈ້ງ, ຮັບໃຊ້ວຽກງານຕິດຕາມກວດກາ, ຕີລາຄາເນື້ອໃນທີ່ປະຕິບັດສຳເລັດໃນໄລຍະ 2026 - 2030.”








