ຂ່າວສານ

ນ​ະ​ຄອນ ໂຮ່​ຈີ​ມິນ ຕ້ອງ​ມີ​ໂຄງ​ການ​ເຄື່ອນ​ໄຫວ​ລະ​ອຽດ ເພື່ອ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ພັກ

ຕອນ​ເຊົ້າ​ວັນ​ທີ 1 ເມ​ສາ, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຮັບ​ຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ກວດ​ກາ, ຕິດ​ຕາມ ສະ​ບັບ​ເລ​ກ​ທີ 11 (ງວດ​ທີ 1) ສຳ​ລັບ​ຄະ​ນະ​ປະ​ຈຳຄະ​ນ​ະ​ພັກ​ນ​ະ​ຄອນ ໂຮ່​ຈີ​ມິນ.
  ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ.  

ເມື່ອ​ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ເນັ້ນ​ໜັກ​ວ່າ ນະ​ຄອນ ໂຮ່​ຈີ​ມິນ ມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ ດ້ວຍ​ທ່າ​ແຮງຫຼາຍ​ຢ່າງ. ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ເຕີບ​ໂຕ​ກວ່າ 10%, ລະ​ດັບ​ການ​ເຕີບ​ໂຕ 6 ເດືອນ​ຕົ້ນ​ປີ 2026 ຂອງ ນະ​ຄອນ ກໍ​ຕ້ອງ​ບັນ​ລຸ​ໄດ້​ຢ່າງ​ໜ້ອຍ​ສຸດ​ແມ່ນກວ່າ 10%. ດັ່ງ​ນັ້ນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້ ນະ​ຄອນ ​ເອົາ​ໃຈ​ໃສ່​ເຖິງ​ບາງ​ເນື້ອ​ໃນ, ມາດ​ຕະ​ການ​ຈ​ຸດ​ສຸມ, ຍູ້​ແຮງ​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ, ສຸມ​ໃສ່​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ບັນ​ດາ​ກິດ​ຈະ​ກຳ​ຈຸດ​ສຸມ​ເພື່ອ​ເອົາ​ການ​ລົງ​ທຶ​ນ​ພາກ​ລັດ ນຳ​ພາ​ການ​ລົງ​ທຶນ​ສັງ​ຄົມ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ​ ເນັ້ນ​ໃສ່​ເນື້ອ​ໃນ​ດັ່ງ​ນີ້:

“ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ຊີ້​ນຳ, ນຳ​ພາ, ສືບ​ຕໍ່​ເຊື່ອມ​ຊຶມ​ຢ່າງ​ເລິກ​ເຊິ່ງ ແລະ ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ XIV ຂອງ​ພັກ​ຢ່າງ​ແທ້​ຈິງ ຄື​ດັ່ງ​ຄຳ​ຊີ້​ນຳ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ. ຮີບ​ເຮັ່ງ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ​ດຳ​ເນີນ​ງານ​ຢູ່​ບັນ​ດາ​ຫົວ​ໜ່ວຍ​ທີ່​ຍັງ​ເຫຼືອ. ຕ້ອງ​ຄົ້ນ​ຄວ້າ, ສຳຫຼວດກວດ​ຄືນ​ຮ່າງ​ໂຄງ​ການ​ດຳ​ເນີນ​ງານ​ກ່ອນ​ປະ​ກາດ​ໃຊ້; ໃນ​ນັ້ນ ເອົາ​ໃຈ​ໃສ່​ເຖິງ​ການ​ແບ່ງ​ແຍກ​​ລະ​ຫວ່າງ “ເປົ້າ​ໝາຍ​ຂອງ​ສະ​ໄໝ” ແລະ “ວິ​ໄສ​ທັດ​ພາຍຫຼັງ​ສະ​ໄໝ” ຢ່າງ​ຈະ​ແຈ້ງ, ຮັບ​ໃຊ້​ວຽກ​ງານ​ຕິດ​ຕາມກວດ​ກາ, ຕີ​ລາ​ຄາ​ເນື້ອ​ໃນ​ທີ່​ປະ​ຕິ​ບັດ​ສຳ​ເລັດ​ໃນ​ໄລ​ຍະ 2026 - 2030.”


top