ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ ກວາງຈິ ຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ໃຫ້ເປັນຢ່າງດີ, ໃນນັ້ນກຳນົດຂົງເຂດພັດທະນາຂອງແຂວງຄືນໃໝ່
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)
ຕອນບ່າຍວັນທີ 29 ເມສາ, ຢູ່ແຂວງ ກວາງຈິ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ກວາງຈິ ກ່ຽວກັບໝາກຜົນການຜັນຂະຫຍາຍ, ປະຕິບັດມະຕິ, ຂໍ້ສະຫຼຸບຂອງສູນກາງ, ກ່ຽວກັບແຜນການເຕີບໂຕ ແລະ ບັນດາໜ້າທີ່, ມາດຕະການໃນໄລຍະ 2026 – 2030 ແລະ ສະພາບການປະຕິບັດອຳນາດການປົກຄອງ 2 ຂັ້ນໃນບໍລິເວນແຂວງ.
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ ກວາງຈິ ຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ໃຫ້ເປັນຢ່າງດີ, ໃນນັ້ນກຳນົດຂົງເຂດພັດທະນາຂອງແຂວງຄືນໃໝ່:
“ພັດທະນາບັນດາຂະແໜງເສດຖະກິດທີ່ມີທ່າແຮງຢ່າງແຮງ, ລວມມີ: ເສດຖະກິດທະເລ, ພະລັງງານ, ການທ່ອງທ່ຽວ, ອຸດສາຫະກຳເຕັກໂນໂລຊີສູງ ແລະ ອຸດສາຫະກຳປຸງແຕ່ງ. ນຳໃຊ້ບົດບາດປະຕູອອກສູ່ທະເລຂອງແລວ ຕາເວັນອອກ - ຕາເວັນຕົກ ເພື່ອພັດທະນາທ່າກຳປັ່ນ, logistics, ເຕັກໂນໂລຊີປຸງແຕ່ງ… ໃນນັ້ນທ່າກຳປັ່ນ ແລະ ເຂດແຄມທະເລຕ້ອງກາຍເປັນແກ່ນສານຂອງການເຕີບໂຕຢ່າງແທ້ຈິງ. ເດັດດ່ຽວປະຕິບັດເປົ້າໝາຍເຕີບໂຕ 2 ຕົວເລກໃນປີ 2026, ແຕ່ຕ້ອງຮັບປະກັນຄວາມຍືນຍົງ, ອີງໃສ່ສະມັດສະພາບ, ການລົງທຶນຢ່າງມີປະສິດທິຜົນ ແລະ ກຳລັງໜູນໃໝ່”.
(ແຫຼ່ງຄັດຈາກ VOV)