• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.
  ປ​້າຍ​ໂຄ​ສະ​ນາ, ປ້າຍ​ຄຳ​ຂວັນ​ ຢູ່​ຖະ​ໜົນ ເລ​ເລີ້ຍ, ນະ​ຄອນ ໂຮ່​ຈີ​ມິນ ສະ​ເຫຼີມ​ສະຫຼອງ 51ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (ພາບ: TTXVN)  

ເນື້ອ​ໃນ​ຂອງ​ສານ​ມີ​ຕອນ​ຂຽນ​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ຕໍ່​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່, ຮອບ​ດ້ານ, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ເຊິ່ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ປະ​ຊາ​ຊົນ ຫວຽດ​ນາມ ອ້າຍ​ນ້ອງ​ຍາ​ດ​ມາ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງ 40 ປີ​ແຫ່ງວັນ​ປ່ຽນ​ແປງ​ໃໝ່, ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະຫຼາດ​ສ່ອງ​ໃສ ແລະ ຄ່ອງ​ແຄວ້​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂດຍ​ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ນຳ​ໜ້າ, ປະ​ຊາ​ຊົນ ຫວຽດ​ນາມ ອ້າຍ​ນ້ອງ ຈະ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ຢ່າງ​ມີ​ໄຊ, ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ເພື່ອ​ໃຫ້​ປະ​ເທດ ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ແຮງ, ກ້າວ​ເຂົ້າ​ສູ​່​ສັງ​ກາດ​ໃໝ່ ແລະ ປະ​ຕິ​ບັດ​ສຳ​ເລັດ 2 ເປົ້າ​ໝາຍ​ຍຸດ​ທະ​ສາດ 100 ປີ ຂອງ​ປະ​ເທດ​ຊາດ”.

ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ ບຸນ​ເຫຼືອ ພັນ​ດາ​ນຸ​ວົງ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ​ເຖິງ​ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ກະ​ຊວງ​ຕຳຫຼວດ ໄຂລາຍ​ການ Gala ປະ​ເທດ​ຊ​າ​ດ​ສະ​ຫງົບ​ສຸກ ຢູ່ ດ່າ​ໜັງ

ກະ​ຊວງ​ຕຳຫຼວດ ໄຂລາຍ​ການ Gala “ປະ​ເທດ​ຊ​າ​ດ​ສະ​ຫງົບ​ສຸກ” ຢູ່ ດ່າ​ໜັງ

ສານ​ລຸ​ລ່ວງ​ຂອງ​ລາຍ​ການ​ດັ່ງ​ກ່າວ​ແມ​່ນ​ຢັ້ງ​ຢືນ​ຈັນ​ຍາ​ບັນ, ພູມ​ປັນ​ຍາ ແລະ ການ​ເສຍ​ສະ​ຫຼະ​ແບບ​ມິດ​ງຽບ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ.

Top