• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນິງທ້ວນ ຕັດສິນໃຈປະຕິບັດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ຕີລາຄາສູງແຜນການ, ເປົ້າໝາຍລະອຽດທີ່ແຂວງໄດ້ວາງອອກ, ສູ້ຊົນຮອດເດືອນ ມິຖຸນາ 2025 ປະຕິບັດສຳເລັດວຽກງານ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ໃຫ້ແກ່ເປົ້າໝາຍປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ສະໜັບສະໜູນລາຍການ (ພາບ: TTXVN)

ນິງທ້ວນ ຕ້ອງສູ້ຊົນໃຫ້ກາຍເປັນ 1 ໃນຈຳນວນ 5 ແຂວງນຳໜ້າໃນທົ່ວປະເທດ ໃນການປະຕິບັດສຳເລັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃຫ້ແກ່ປະຊາຊົນໃນປີນີ້ ຢ່າງໄວທີ່ສຸດ. ນີ້ແມ່ນຄຳຮຽກຮ້ອງທີ່ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈິຢຸງ ໄດ້ວາງອອກໃຫ້ແກ່ແຂວງ ນິງທ້ວນ ທີ່ພິທີປຸກລະດົມບັ້ນ 90 ວັນ ແລະ ຄືນ “ຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ” ໂດຍທາງແຂວງຈັດຂຶ້ນໃນຕອນເຊົ້າວັນທີ 29 ມີນາ.

ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ຕີລາຄາສູງແຜນການ, ເປົ້າໝາຍລະອຽດທີ່ແຂວງໄດ້ວາງອອກ, ສູ້ຊົນຮອດເດືອນ ມິຖຸນາ 2025 ປະຕິບັດສຳເລັດວຽກງານ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ໃຫ້ແກ່ເປົ້າໝາຍປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່. ຖ້າບັນລຸໄດ້ເປົ້າໝາຍດັ່ງກ່າວ, ນິງທ້ວນ ຈະແມ່ນໜຶ່ງໃນບັນດາທ້ອງຖິ່ນມີຄວາມຄືບໜ້າໃນການຜັນຂະຫຍາຍຢ່າງໄວທີ່ສຸດ, ມີແຜນການປະຕິບັດສຳເລັດກ່ອນກຳນົດເວລາ 6 ເດືອນ ເມື່ອທຽບໃສ່ແຜນການທີ່ສູນກາງໄດ້ວາງອອກ.

ໃນ 90 ວັນ ແລະ ຄືນ, ແຕ່ເດືອນ ເມສາ ຮອດເດືອນ ມິຖຸນາ 2025, ທົ່ວແຂວງ ນິງທ້ວນ ຈະສຸມໃສ່ທຸກແຫຼ່ງກຳລັງເພື່ອກໍ່ສ້າງ ແລະ ສ້ອມແປງເຮືອນຢູ່ໃຫ້ບັນດາຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

(ແຫຼ່ງຄັດຈາກ VOV)

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ”

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.

Top