• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ສົກ​ຮຽນ​ໃໝ່ 2021 – 2022

ສຳລັບບັນດານັກຮຽນ, ນັກສຶກສາທີ່ມີຄອບຄົວຖືກຜົນກະທົບຢ່າງຮ້າຍແຮງຍ້ອນໂລກລະບາດໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ, ຄວນຜັນຂະຫຍາຍນະໂຍບາຍຍົກເວັ້ນຄ່າຮຽນ ເພື່ອຮັບປະກັນວ່າ ບໍ່ມີຜູ້ໃດຂາດການຮ່ຳຮຽນ ພາຍຫຼັງໂລກລະບາດ ຫຼື ບໍ່ໄດ້ມາໂຮງຮຽນຍ້ອນທຸກຍາກ.
ກອງປະຊຸມທົ່ວປະເທດສະຫຼຸບສົກຮຽນ 2020 – 2021, ຜັນຂະຫຍາຍໜ້າທີ່ສົກຮຽນ 2021 – 2022

ວັນທີ 28 ສິງຫາ, ເມື່ອມາເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດສະຫຼຸບສົກຮຽນ 2020 – 2021, ຜັນຂະຫຍາຍໜ້າທີ່ສົກຮຽນ 2021 – 2022 ທີ່ໄດ້ດຳເນີນຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ລັດຖະບານເຂົ້າໃຈ ແລະ ແບ່ງປັນບັນດາຄວາມຫຍຸ້ງຍາກ ຂອງຂະແໜງການສຶກສາ, ຂອງນັກຮຽນ, ນັກສຶກສາ ກ່ວາ 24 ລ້ານຄົນ, ຄູອາຈານ ນັບລ້ານຄົນ, ພໍ່ແມ່ພີ່ນ້ອງ ນັກຮຽນ ນັບສີບລ້ານຄົນ ຕໍ່ໜ້າບັນດາຜົນກະທົບຈາກໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໄປຄຽງຄູ່ກັບເລື່ອງຕ້ອງແກ້ໄຂ ບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອພັດທະນາພາລະກິດການສຶກສາ, ຕ້ອງມີບັນດາມາດຕະການໃນສະເພາະໜ້າ, ທັນການ ໃຫ້ແກ່ສົກຮຽນໃໝ່ ດ້ວຍຄວາມມານະພະຍາຍາມສູງທີ່ສຸດ, ມີຄວາມເອົາໃຈໃສ່ຢ່າງເລິກເຊິ່ງທີ່ສຸດ ໃຫ້ແກ່ຄູອາຈານ, ນັກຮຽນ, ນັກສຶກສາໃນໄລຍະປະສົບກັບຄວາມຫຍຸງຍາກນີ້.

ສຳລັບບັນດານັກຮຽນ, ນັກສຶກສາທີ່ມີຄອບຄົວຖືກຜົນກະທົບຢ່າງຮ້າຍແຮງຍ້ອນໂລກລະບາດໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ, ຄວນຜັນຂະຫຍາຍນະໂຍບາຍຍົກເວັ້ນຄ່າຮຽນ ເພື່ອຮັບປະກັນວ່າ ບໍ່ມີຜູ້ໃດຂາດການຮ່ຳຮຽນ ພາຍຫຼັງໂລກລະບາດ ຫຼື ບໍ່ໄດ້ມາໂຮງຮຽນຍ້ອນທຸກຍາກ. ມີຄູສອນຫຼາຍຄົນຖືກຜົນກະທົບຍ້ອນວ່າໂຮງຮຽນປິດປະຕູ, ເປັນຕົ້ນແມ່ນບັນດາຄູສອນຂຶ້ນກັບລະບົບບັນດາໂຮງຮຽນເອກະຊົນ, ອະນຸບານ ກໍ່ຕ້ອງໄດ້ຮັບຄວາມເອົາໃຈໃສ່ຫຼາຍກ່ວາອີກ.

ເນື່ອງໃນໂອກາດສົກຮຽນໃໝ່, ທ່ານນາຍົກລັດຖະມົນຕີໄດ້ສົ່ງຄຳອວຍພອນໄປຍັງນັກຮຽນ, ນັກສຶກສາ, ຄູ່ອາຈານໝົດທຸກຄົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top